leftcenterrightdel
ການຍິງລູກສອນໄຟຂອງ ສປປ.ເກົາຫຼີ ໃນວັນທີ 14 ມີນາ. ພາບ: KCNA

ການກະທຳຂອງ ສປປ.ເກົາຫຼີ ໄດ້ດຳເນີນໃນສະພາບການ ສ.ເກົາຫຼີ ແລະ ອາເມລິກາ ພວມດຳເນີນການຊ້ອມຮົບຮ່ວມ ໃນເວລາ 11 ມື້ (ແຕ່ວັນທີ 13 ມີນາ ຮອດວັນທີ 23 ມີນາ). ນີ້ໄດ້ຮັບຖືວ່າ ແມ່ນການຊ້ອມຮົບຂະໜາດໃຫຍ່ທີ່ສຸດລະຫວ່າງສອງປະເທດສຳພັນທະມິດໃນຫຼາຍປີຜ່ານມາ.

ຕາມສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA), ການນຳ ສປປ.ເກົາຫຼີ Kim Jong un ຊີ້ນຳການຊ້ອມຮົບຢູ່ກົມກອງຕ່າງໆ ຂອງກອງທັບຮັບຜິດຊອບດ້ານອາວຸດນິວເຄຼຍຍຸດທະສາດ ໃນວັນທີ 18 ແລະ ວັນທີ 19 ມີນາ, ລວມທັງການຊ້ອມຮົບຍິງລູກສອນໄຟນຳວິຖີ.  ການນຳ Kim Jong  un ຖະແຫຼງວ່າ ພຽງຢາງ ຕ້ອງກຽມພ້ອມເພື່ອດຳເນີນການບຸກໂຈມຕີບໍ່ວ່າໃນຈຸດເວລາໃດ ເພື່ອແນໃສ່ນາບຂູ່ສົງຄາມ.

ແຫຼ່ງຄັດຈາກ: vovworld.vn