leftcenterrightdel
ບ່ອນເກີດເຫດ (ພາບ: Reuters)

ວັນທີ 1 ກຸມພາ, ຕຳຫຼວດ ປາກິດສະຖານ ໃຫ້ຮູ້ວ່າ ໄດ້ຈັບຕົວຫຼາຍເປົ້າໝາຍຖືກສົງໄສໃນຂັ້ນຕອນການສືບສວນເຫດວາງລະເບີດສະຫຼະຊີບໃນວັນທີ 30 ມັງກອນ ເລັ່ງໃສ່ໂບດ ອິດສະລາມ ຢູ່ນະຄອນ Peshawar ເຮັດໃຫ້ມີຜູ້ເສຍຊີວິດກວ່າ 100 ຄົນ.  ທ່ານ Ijaz Khan ຫົວໜ້າກອງຕຳຫຼວດແຂວງ Peshawar ໃຫ້ຮູ້ວ່າ ການສືບສວນພວມໄດ້ດຳເນີນ.

ປັດຈຸບັນ, ບັນດານັກສືບສວນທີ່ມາຈາກອົງການສືບລາຊະການລັບ ແລະ ອົງການຕ້ານການກໍ່ການຮ້າຍຂອງ ປາແລັດສະຕິນ ພວມສຸມໃສ່ສືບສວນເພື່ອກຳນົດໄດ້ແບບວິທີທີ່ຜູ້ບຸກໂຈມຕີສາມາດຜ່ານຮົ້ວປ້ອງກັນຄວາມສະຫງົບທີ່ເຂັ້ມງວດນີ້. ກ່ອນໜ້ານັ້ນ, ໃນສື່ສັງຄົມອອນລາຍ Twitter, ທ່ານ Sarbakaf Mohmand ຜູ້ບັນຊາການກຳລັງ ຕາລີບານ ຢູ່ ປາກິດສະຖານ ໄດ້ອອກມາຍ່ອມຮັບວ່າເປັນຜູ້ກໍ່ໃຫ້ເກີດລະເບີດດັ່ງກ່າວ.

ແຫຼ່ງຄັດຈາກ: vovworld.vn