IMF ຄາດຄະເນການເຕີບໂຕເສດຖະກິດໂລກຈະຊຸດໂຊມໃນປີນີ້
    
    
    
        
            
ການເຕີບໂຕເສດຖະກິດທົ່ວໂລກຈະຊຸດໂຊມ, ຢູ່ລະດັບ 2,7% ໃນປີ 2023, ແລ້ວຟື້ນຕົວໃນປີ 2024. 
        
        
        
            
	ນີ້ແມ່ນຂໍ້ສັງເກດຂອງທ່ານນາງຜູ້ອຳນວຍການໃຫຍ່ ກອງທຶນເງິນຕາສາກົນ (IMF) Kristalina Georgieva ຍົກອອກມາໃນເວທີປາໄສເສດຖະກິດໂລກ (WEF) ປີ 2023 ເຊິ່ງພວມດຳເນີນຢູ່ນະຄອນ Davos (ປະເທດສະວິດ).
	
		
			|     | 
		
			|  | 
		
			| ທ່ານນາງຜູ້ອຳນວຍການໃຫຍ່ ກອງທຶນເງິນຕາສາກົນ (IMF) Kristalina Georgieva. ພາບ: ສໍານັກຂ່າວສານຫວຽດນາມ | 
	
	ທ່ານນາງຜູ້ອຳນວຍການໃຫຍ່ IMF ກໍໄດ້ຍົກອອກສິ່ງທ້າທາຍໃຫຍ່ 3 ປະການ ສຳລັບເສດຖະກິດໂລກ, ລວມມີ: ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ, ວິກິດການກ່ຽວກັບຄ່າໃຊ້ຈ່າຍ; ອັດຕາດອກເບ້ຍສູງຢູ່ໃນລະດັບບໍ່ເຄີຍມີມາກ່ອນໃນຫຼາຍທົດສະວັດ. ຕາມນັ້ນແລ້ວ, ໂລກ ຕ້ອງມີການດັດປັບ ເພື່ອຮັບປະກັນແຫຼ່ງສະໜອງແບບ “ອັດສະລິຍະ”.
	ກ່ຽວກັບຄວາມອາດສາມາດຂອງບັນດາທະນາຄານສູນກາງຫຼຸດອັດຕາດອກເບ້ຍນັ້ນ, ທ່ານນາງ Georgieva ຖືວ່າ ຍັງບໍ່ທັນຮອດຈຸດເວລານັ້ນເທື່ອເພາະວ່າອັດຕາເງິນເຟີ້ກຳລັງຫຼຸດລົງ ແຕ່ຍັງຢູ່ໃນລະດັບສູງຢູ່.
	ແຫຼ່ງຄັດຈາກ vovworld.vn