leftcenterrightdel
ທ່ານຮອງນາຍົກລັດຖະມົນຕີ ຈີນ ຫຼຽວເຄືອ ແລະ ທ່ານນາງລັດຖະມົນຕີກະຊວງການເງິນ ອາເມລິກາ Janet Yellen (ພາບ: Reuters)

ຄາດວ່າ, ທ່ານນາງລັດຖະມົນຕີກະຊວງການເງິນ ອາເມລິກາ Janet Yellen ແລະ ທ່ານຮອງນາຍົກລັດຖະມົນຕີ ຈີນ ຫຼຽວເຄືອ ຈະພົບປະກັນຢູ່ Zurich, ສະວິດ ໃນວັນທີ 18 ມັງກອນ, ເພື່ອແລກປ່ຽນທັດສະນະກ່ຽວກັບການພັດທະນາເສດຖະກິດ ແລະ ການເຕີບໂຕຢູ່ຊ່ອງພົບປະລະຫວ່າງ 2 ປະເທດ.

ວັນທີ 16 ມັງກອນ, ແຫຼ່ງຂ່າວຂອງກະຊວງການເງິນ ອາເມລິກາ ໃຫ້ຮູ້ວ່າ, ການພົບປະແບບເຊິ່ງໜ້າຄັ້ງທຳອິດລະຫວ່າງທ່ານນາງ Janet Yellen ແລະ ທ່ານ ຫຼຽວເຄືອ ຄັ້ງນີ້ແມ່ນສ່ວນໜຶ່ງໃນຄຳໝັ້ນສັນຍາຂອງ 2 ປະເທດແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງໃນການພົວພັນ 2 ຝ່າຍ ພາຍຫຼັງການພົບປະເຈລະຈາລະຫວ່າງທ່ານປະທານາທິບໍດີ ອາເມລິກາ Joe Biden ກັບທ່ານປະທານປະເທດ ຈີນ ສີຈິ້ນຜິງ ຢູ່ນອກກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ທີ່ຈັດຂຶ້ນຢູ່ ບາລີ, ປະເທດ ອິນໂດເນເຊຍ, ເມື່ອເດືອນ ພະຈິກ 2022.

ປະຈຸບັນ, ທ່ານຮອງນາຍົກລັດຖະມົນຕີ ຫຼຽວເຄືອ ພວມເຂົ້າຮ່ວມກອງປະຊຸມປະຈຳປີ ຄັ້ງທີ 53 ຂອງເວທີປາໄສເສດຖະກິດໂລກ (WEF) ຢູ່ Davos, ເຊິ່ງຈັດຂຶ້ນຢູ່ ສະວິດ.

ແຫຼ່ງຄັດຈາກ: vovworld.vn