leftcenterrightdel
ທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Ryabkov. ພາບ: AFP/ສໍານັກຂ່າວສານຫວຽດນາມ.

ສະຖານທູດ ອາເມລິກາ ປະຈຳ ລັດເຊຍ ໃຫ້ຮູ້ວ່າ ປະເທດນີ້ຮັກສາຄຳໝັ້ນສັນຍາເປີດບັນດາຊ່ອງທາງຕິດຕໍ່ພົວພັນກັບ ລັດຖະບານ ລັດເຊຍ ເພື່ອແນໃສ່ຊຸກຍູ້ຜົນປະໂຫຍດຂອງອາເມລິກາ ກໍ່ຄືຫຼຸດຜ່ອນຄວາມສ່ຽງໃນການເຂົ້າໃຈຜິດລະຫວ່າງສອງປະເທດ.

ໃນຂະນະນັ້ນ, ກະຊວງການຕ່າງປະເທດລັດເຊຍ ກໍ່ຍົກອອກແຈ້ງການ ໂດຍໃຫ້ຮູ້ວ່າ: ທ່ານຮອງລັດຖະມົນຕີການຕ່າງປະເທດ Sergei Ryabkov ໄດ້ປຶກສາຫາລືກັບທ່ານເອກອັກຄະລັດຖະທູດ John Sullivan ກ່ຽວກັບບັນດາບັນຫາໃນການພົວພັນສອງຝ່າຍ, ແຕ່ບໍ່ໃຫ້ຮູ້ຕື່ມອີກກ່ຽວກັບຂໍ້ມູນລະອຽດການພົບປະ.

ແຫຼ່ງຄັດຈາກ: vovworld.vn