ວັນທີ 21 ມັງກອນ, ອາເມລິກາ ປະກາດ ຢຸດຕິຊົ່ວຄາວ 44 ຖ້ຽວບິນຂົນສົ່ງຜູ້ໂດຍສານຈີນ ເຂົ້າມາປະເທດນີ້ ເພື່ອຄັດຄ້ານບັນດາມາດຕະການຈຳກັດ ຊື່ງປັກກິ່ງ ນຳໃຊ້ສຳລັບບັນດາບໍລິສັດການບິນຂອງອາເມລິກາ ຕາມຂໍ້ກຳນົດປ້ອງກັນຕ້ານໂລກລະບາດໂຄວິດ - 19.

leftcenterrightdel
ເຮືອບິນຂອງບໍລິສັດການບິນ   American Airlines ຢູ່ສະຫນາມບິນ ສາກົນ Miami, Florida. ພາບ: AFP.

ປະຈຸບັນ ຈີນ ຍັງຄົງຮັກສາບັນດາມາດຕະການປົກປັກຮັກສາຊາຍແດນຢ່າງເຄັ່ງຄັດ, ໃນນັ້ນ ມີເລືື່ອງຕັດບັນດາຖ້ຽວບິນສາກົນເຂົ້າມາປະເທດນີ້ອອກ ຫລື ໃຫ້ຢຸດຕິຊົ່ວຄາວຖ້ຽວບິນທີ່ມີຜູ້ໂດຍສານຫລາຍຄົນຕິດໂຄວິດ.  ເຈົ້າຫນ້າທີ່ບໍລິຫານຂະແຫນງການບິນ ຈີນ ກໍ່ເຄີຍນຳໃຊ້ນະໂຍບາຍດັ່ງກ່າວເພື່ອຍົກເລີກບັນດາຖ້ຽວບິນຂອງບໍລິສັດການບິນບາງແຫ່ງຂອງອາເມລິກາ ຄື: American, Delta ແລະ United Airlines ພາຍຫລັງກວດພົບຜູ້ໂດຍສານໃນຖ້ຽວບິນຕ່າງໆຂອງບໍລິສັດການບິນນັ້ນ ມີຜົນເປັນບວກກັບໄວຣັດ ເຖິງວ່າກ່ອນທີ່ຂຶ້ນເຮືອບິນກວດພົບມີຜົນເປັນລົບ.

ແຫຼ່ງຄັດຈາກ: vovworld.vn