ເວທີປາໄສຈະສຸມໃສ່ບັນດາເນື້ອໃນ “ພື້ນຖານໂຄງລ່າງຢ່າງໝັ້ນຄົງ“  ແລະ “ນະວັດຕະກຳດີຈີຕອນ“ (ປ່ຽນແແປງໃໝ່ດີຈີຕອນ) ໂດຍຖອດຖອນຈາກ 5 ຂົງເຂດຍຸດທະສານໃນ “ແຜນການສັງລວມກ່ຽວກັບການເຊື່ອມຕໍ່ ອາຊຽນ (MPAC) 2025".

leftcenterrightdel
ພາບປະກອບ: Shutterstock

ບັນດາຜູ້ແທນຈະຫາລືກ່ຽວກັບການເຊື່ອມຕໍ່ອາຊຽນ ພາຍຫລັງພະຍາດໂຄວິດ-19  ແລະວິທີລະດົມທຶນ ສະໜັບສະໜູນໃຫ້ບັນດາໂຄງການເຊື່ອມຕໍ່ໂດຍການເຂົ້າຮ່ວມຂອງບັນດາຊ່ຽວຊານ ຈາກຄະນະເລຂາອາຊຽນ, ຄະນະກຳມະການເສດຖະກິດ-ສັງຄົມ ພາກພື້ນອາຊີ-ປາຊີຟິກ ຂອງ ສປຊ (UN-ESCAP), ອົງການ ຄໍ້າປະກັນການລົງທຶນຫລາຍຝ່າຍ ສ.ເກົາຫລີ ແລະທະນາຄານສົ່ງອອກ-ນໍາເຂົ້າ ສ.ເກົາຫລີ.

ນອກຈາກນັ້ນ, ກຸ່ມຄຸ້ມຄອງໂຄງການອາຊຽນ-ສ.ເກົາຫລີ ຍັງສະເໜີວິທີການນຳໃຊ້ກອງທຶນຮ່ວມມືອາຊຽນ-ສ.ເກົາຫລີ ໃຫ້ບັນດາໂຄງການເຊື່ອມຕໍ່. ໃນຂະນະທີ່ບັນດາປະເທດສະມາຊິກອາຊຽນ ສະເໜີບັນດາໂຄງການຕ່າງໆ ເປັນຕົ້ນການຄົມມະນາຄົມ, ພະລັງງານ ແລະຕົວເມືອງທັນສະໄໝ  ແລະອື່ນໆ.

ໂດຍ: ຂປລ