ສະພາຕ່ຳ ອາເມລິກາ ຮັບຮອງເອົາຮ່າງກົດໝາຍງົບປະມານຊົ່ວຄາວໃຫ້ແກ່ລັດຖະບານ
ເລື່ອງສະພາຕ່ຳອາເມລິກາ ຮັບຮອງເອົາຮ່າງກົດໝາຍດັ່ງກ່າວ ຈະຊ່ວຍໃຫ້ບັນດາພະນັກງານຂອງລັດຖະບານຫຼີກລ້ຽງໄດ້ຄວາມສ່ຽງຕ້ອງພັກການໂດຍທີ່ບໍ່ໄດ້ຮັບເງິນເດືອນໃນໂອກາດວັນບຸນຄຼິດສມາດ ຈະມາເຖິງ.
    |
 |
ກອງປະຊຸມຂອງສະພາຕ່ຳອາເມລິກາ. ພາບ: AFP/ສໍານັກຂ່າວສານຫວຽດນາມ. |
ວັນທີ 2 ທັນວາ, ສະພາຕ່ຳອາເມລິກາ ໄດ້ຮັບຮອງເອົາຮ່າງກົດໝາຍສະໜອງງົບປະມານໃຫ້ແກ່ລັດຖະບານລະຫວ່ງລັດຈົນຮອດກາງເດືອນກຸມພາ 2022 ແລະ ໄດ້ສົ່ງຮ່າງກົດໝາຍສະບັບນີ້ໄປຍັງສະພາສູງ ເພື່ອພິຈາລະນາຮັບຮອງເອົາກ່ອນເວລາກຳນົດແມ່ນຄືນວັນທີ 3 ທັນວາ (ຕາມເວລາທ້ອງຖິ່ນ) ຫຼື ລັດຖະບານ ອາເມລິກາ ຈະຕ້ອງອັດປະຕູສ່ວນໜຶ່ງ.
ດ້ວຍບັດສະໜັບສະໜູນ 221 ບັດ ແລະ ບັດຄ້ານ 212 ບັດ, ສະພາຕ່ຳ ອາເມລິກາ ໂດຍພັກປະຊາທິປະໄຕຄວບຄຸມໄດ້ຮັບຮອງເອົາຮ່າງກົດໝາຍສະໜອງງົບປະມານຊົ່ວຄາວດັ່ງກ່າວ ແລະ ມີຜົນສັກສິດຮອດວັນທີ 18 ກຸມພາ 2022. ສະມາຊິກລັດຖະສະພາພັກສາທາລະນະມີພຽງແຕ່ຜູ້ດຽວແມ່ນທ່ານ Adam Kinzinger ໄດ້ສະໜັບສະໜູນຮ່າງກົດໝາຍສະບັບນີ້.
ເລື່ອງສະພາຕ່ຳອາເມລິກາ ຮັບຮອງເອົາຮ່າງກົດໝາຍດັ່ງກ່າວຈະຊ່ວຍໃຫ້ບັນດາພະນັກງານຂອງລັດຖະບານ ຫຼີກລ້ຽງໄດ້ຄວາມສ່ຽງຕ້ອງພັກການໂດຍທີ່ບໍ່ໄດ້ຮັບເງິນເດືອນໃນໂອກາດວັນບຸນຄຼິດສມາດຈະມາເຖິງ.
ແຫຼ່ງຄັດຈາກ: vovworld.vn