ທີ່ການພົບປະກັບຄູ່ຕຳແໜ່ງສ.ເກົາຫຼີ Choi Jong Kun ຢູ່ນະຄອນຫຼວງເຊີອູນ, ທ່ານນາງຮອງລັດຖະມົນຕີການຕ່າງປະເທດອາເມລິກາ Wendy Sherman ໃຫ້ຮູ້ວ່າ: ອາເມລິກາ ສະເໜີໃຫ້ດຳເນີນການເຈລະຈາ ແລະຫວັງວ່າຈະໄດ້ຮັບຄຳຕອບຈາກ ສປປ.ເກົາຫຼີ ໂດຍໄວ. ທ່ານນາງ ກໍເນັ້ນໜັກວ່າ ຈະຊອກຫາວິທີປຶກສາຫາລືກ່ຽວກັບບັນຫາ ສປປ.ເກົາຫຼີ ເມື່ອທ່ານນາງເດີນທາງໄປຍັງ ປັກກິ່ງ ໃນວັນອາທິດນີ້.

leftcenterrightdel
ທ່ານນາງຮອງລັດຖະມົນຕີການຕ່າງປະເທດອາເມລິກາ Wendy Sherman ປຶກສາຫາລືກັບ ສ.ເກົາຫຼີ ກ່ຽວກັບການດຳເນີນການເຈລະຈາປອດນິວເຄຼຍກັບ ສປປ.ເກົາຫຼີ. ພາບ: Reuters.

ກ່ຽວຂ້ອງເຖິງການພົວພັນລະຫວ່າງອາເມລິກາ-ຈີນ, ທ່ານນາງ ຖືວ່າ ການພົວພັນລະຫວ່າງສອງຝ່າຍມີການແກ້ງແຍ້ງ, ສິ່ງທ້າທາຍ ແລະສາມາດຮ່ວມມືກັນລວມທັງການສ້າງແຫຼມເກົາຫຼີປອດນິວເຄຼຍຢ່າງສິ້ນເຊີງ. ທ່ານນາງ ກໍຮຽກຮ້ອງໃຫ້ ສ.ເກົາຫຼີ ແລະອາເມລິກາ ຮ່ວມມືກັນຢ່າງແໜ້ນແຟ້ນກວ່າອີກໃນການຮັບມືກັບໂລກລະບາດໂຄວິດ-19 ແລະການປ່ຽນແປງຂອງດິນຟ້າອາກາດ.

ແຫຼ່ງຄັດຈາກ: vovworld.vn