ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 21 ມິຖຸນາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ-19 ລວມທັງໝົດ 179.239.736 ຄົນ, ໃນນັ້ນມີ 3,88 ລ້ານຄົນເສຍຊີວິດ.

leftcenterrightdel
ຫວຽດນາມ ສີດຢາຂ້າເຊື້ອບ່ອນມີຜູ້ຕິດເຊື້ອ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 289.579 ຄົນ, ໂດຍສ່ວນຫຼາຍແມ່ນບັນດາປະເທດຄື ອິນເດຍ, ບຣາຊິນ, ໂກລົມເບຍ, ລັດເຊຍ, ອິນໂດເນເຊຍ, ອາຟະລິກາໃຕ້. ອາເມລິກາ ຍັງຄົງແມ່ນປະເທດມີຈຳນວນຜູ້ຕິດເຊື້ອ ແລະເສຍຊີວິດຫຼາຍທີ່ສຸດໃນໂລກດ້ວຍຈຳນວນຜູ້ຕິດເຊື້ອທັງໝົດກວ່າ 34,4 ລ້ານຄົນ, ໃນນັ້ນມີ 617.166 ຄົນເສຍຊີວິດ.

ແຫຼ່ງຄັດຈາກ: vovworld.vn