ນະທີ່ນີ້, ຫວຽດນາມ ໄດ້ຢືນຢັນຄຳໝັ້ນສັນຍາຊຸກຍູ້ບົດບາດຂອງກົດບັດສະຫະປະຊາຊາດ ແລະກົດໝາຍສາກົນໃນການຮັກສາສັນຕິພາບ ແລະຄວາມໝັ້ນຄົງສາກົນ.

leftcenterrightdel
ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດຮັບຮູ້ຄວາມມານະພະຍາຍາມຂອງກົນໄກໃນການຜັນຂະຫຍາຍບັນດາມາດຕະການປະຕິບັດມະຕິເລກທີ 2529 (2020) ຂອງສະພາຄວາມໝັ້ນຄົງ, ສະໜັບສະໜູນການພິພາກສາໃຫ້ສຳເລັດຖືກຕາມກໍານົດເວລາ, ປະຕິບັດວິໄສທັດຂອງສະພາຄວາມໝັ້ນຄົງກ່ຽວກັບກົນໄກທີ່ມີ "ຂອບຂະໜາດນ້ອຍ, ເຄື່ອນໄຫວຢ່າງມີປະສິດທິຜົນ, ຊົ່ວຄາວດ້ວຍໂຄງປະກອບ ແລະພາລະໜ້າທີ່ຫຼຸດລົງໄປຕາມການເວລາ”.

ທ່ານເອກອັກຄະລັດຖະທູດໄດ້ເນັ້ນໜັກເຖິງປະເທດທີ່ມີຄວາມຮັບຜິດຊອບຕົ້ນຕໍໃນການສັ່ງຟ້ອງ, ພິພາກສາຄະດີໂທດກຳສາກົນທີ່ຮ້າຍແຮງ ແລະສະໜັບສະໜູນການຮ່ວມມື, ໜູນຊ່ວຍປະເທດໃນການປະຕິບັດສິດອຳນາດພິພາກສາ.

ເດືອນ ມິຖຸນາ 2020, ດ້ວຍການປະສານງານຂອງຫວຽດນາມ, ສະພາຄວາມໝັ້ນຄົງໄດ້ເຈລະຈາ ແລະຮັບຮອງເອົາມະຕິເລກທີ 2529 ກ່ຽວກັບການສຳຫຼວດກວດຄືນການເຄື່ອນໄຫວຂອງກົນໄກດັ່ງກ່າວ.

ການຮ່ວມມືຂອງຫວຽດນາມ ກັບບັນດາປະເທດສະມາຊິກຂອງສະພາຄວາມໝັ້ນຄົງ ແລະສະຫະປະຊາຊາດທີ່ກ່ຽວຂ້ອງກັບວຽກງານຂອງກົນໄກດັ່ງກ່າວ ໄດ້ຮັບການຕີລາຄາສູງຈາກຫຼາຍປະເທດ, ສະແດງໃຫ້ເຫັນລັກສະນະພາວະວິໄສ ແລະວິຊາການ.

ໂດຍ: ທະນາພອນ