ຕາມທ່ານ Mike Ryan ແລ້ວ, ບັນດາຂໍ້ມູນໃໝ່ໄດ້ສະແດງໃຫ້ເຫັນວ່າວັກຊິນທີ່ WHO ອອກໃບອະນຸຍາດພວມມີປະສິດທິຜົນໃນການຫຼຸດຜ່ອນການແຜ່ລະບາດໄວຣັດ SARS-CoV-2. ເຖິງຢ່າງໃດກໍ່ຕາມ, ບັນດາປະເທດບໍ່ຄວນປະໝາດຍ້ອນວ່າພະຍາດໂຄວິດ-19 ຍັງຜັນແປຍາກທີ່ຈະຄາດຄະເນລ່ວງໜ້າໄດ້.

leftcenterrightdel
ພາລະກອນການແພດນຳສົ່ງຜູ້ຕິດເຊື້ອພະຍາດໂຄວິດ-19 ໄປໂຮງໝໍຢູ່ Praha, ສາທາລະນະລັດ ເຊັກໂກ. ພາບ: ສໍານັກຂ່າວສານຫວຽດນາມ.

ກໍ່ທີ່ກອງປະຊຸມຂ່າວ, ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ WHO ກໍ່ໄດ້ສະແດງຄວາມວິຕົກກັງວົນເມື່ອຈໍານວນກໍລະນີຕິດເຊື້ອພະຍາດໂຄວິດ-19 ພວມກັບມາເພີ່ມຂຶ້ນພາຍຫຼັງໄດ້ຫຼຸດລົງ 6 ອາທິດຢ່າງລຽນຕິດ. ທ່ານຖືວ່າສິ່ງນີ້ເປັນໜ້າຜິດຫວັງແຕ່ບໍ່ແມ່ນຄວາມບັງເອີນຍ້ອນວ່າບາງປະເທດພວມຜ່ອນຜັນມາດຕະການປ້ອງກັນພະຍາດໂຄວິດ-19.

ໂດຍ: ເຈິ່ນຮວ່ຽນ