ໃນນັ້ນ ໃນໄລຍະຮັບປະທານອາຫານແລງຂອງວັນທີ 18 ທັນວາ ຈະປຶກສາຫາລືກ່ຽວກັບຫົວຂໍ້ “ພູມີເສດຖະກິດ”, ເນັ້ນໜັກເຖິງຄວາມຕ້ອງການສ້າງຄວາມດຸ່ນດ່ຽງລະຫວ່າງບັນດາສາຍພົວພັນດ້ານການຄ້າຄືນໃໝ່ ໃນສະພາບການເສດຖະກິດທົ່ວໂລກມີການຜັນແປຫຼາຍຢ່າງ.

ຫວນຄືນການຢ້ຽມຢາມ ຈີນ ຫວ່າງມໍ່ໆມານີ້, ທ່ານປະທານາທິບໍດີ ຝລັ່ງ ໄດ້ແລກປ່ຽນຢ່າງຈະແຈ້ງກ່ຽວກັບການກຳນົດທິດເຂົ້າເຖິງຂອງເອີຣົບ ສຳລັບບັນຫາສ້າງຄວາມດຸ່ນດ່ຽງໃນການພົວພັນດ້ານເສດຖະກິດຄືນໃໝ່. ຕາມທ່ານແລ້ວ, ການສ້າງຄວາມດຸ່ນດ່ຽງຄືນໃໝ່ຕ້ອງໄດ້ປະຕິບັດຜ່ານການຮ່ວມມືສາກ່ອນ, ດ້ວຍການເຂົ້າຮ່ວມຂອງບັນດາຄູ່ຮ່ວມມືໃຫຍ່, ໃນນັ້ນມີ ຈີນ, ອາເມລິກາ ແລະ ສະຫະພາບເອີຣົບ. ເຖິງຢ່າງໃດກໍຕາມ, ການນຳຝລັ່ງ ກໍໃສ່ໃຈວ່າໃນກໍລະນີທີ່ບັນດາຄວາມມານະພະຍາຍາມຮ່ວມມືບໍ່ບັນລຸໝາກຜົນ, ເອີຣົບ ອາດຈະຈຳເປັນຕ້ອງຊັ່ງຊາໝູນໃຊ້ບັນດາມາດຕະການອາລັກຂາທີ່ແຂງແຮງກວ່າ.

ຕໍ່ໜ້າບັນດາສິ່ງທ້າທາຍນີ້, ປະທານາທິບໍດີ ຝລັ່ງ ຮຽກຮ້ອງໃຫ້ບັນດາຄູ່ຮ່ວມມືອີຢູ ຜັນຂະຫຍາຍບັນດາມາດຕະການແນໃສ່ຍົກສູງກຳລັງຄວາມສາມາດແກ້ງແຍ້ງຂອງ ເອີຣົບ.

ແຫຼ່ງຄັດຈາກ vovworld.vn