ໃນສະພາບການທີ່ບັນດາຄວາມມານະພະຍາຍາມເຈລະຈາຢຸດຕິການປະທະກັນລະຫວ່າງ ລັດເຊຍ-ຢູແກຼນ ສືບຕໍ່ໄດ້ຮັບການຊຸກຍູ້, ວັນທີ 15 ທັນວາ, ທ່ານ Dmitry Peskov ໂຄສົກວັງແກຼມລິນ ໄດ້ຢັ້ງຢືນຄືນໃໝ່ວ່າເລື່ອງຮັບປະກັນຢູແກຼນ ບໍ່ເຂົ້າເປັນສະມາຊິກອົງການນາໂຕ ແມ່ນໜຶ່ງໃນບັນດາບັນຫາແກ່ນສານ, ທີ່ຕ້ອງປຶກສາຫາລືຕ່າງຫາກ. ຄຽງຂ້າງນັ້ນ, ວັງແກຼມລິນ ຍັງໃຫ້ຮູ້ວ່າ: ມົດສະກູ ຫວັງວ່າ ວໍຊິງຕັນ ຈະນຳສະເໜີວິໄສທັດກ່ຽວກັບມາດຕະການສັນຕິພາບໃຫ້ແກ່ ຢູແກຼນ ພາຍຫຼັງທີ່ ອາເມລິກາ ສຳເລັດການປຶກສາຫາລືກັບບັນດາຄູ່ຮ່ວມມືເອີລົບ ແລະ ຢູແກຼນ.

leftcenterrightdel
ທ່ານ Dmitry Peskov ໂຄສົກວັງແກຼມລິນ. ພາບ: ສໍານັກຂ່າວສານຫວຽດນາມ.

ແລະກໍ່ໃນວັນທີ 15 ທັນວາ, ທີ່ບັນດາການປະຊຸມຢູ່ນະຄອນຫຼວງ ແບກແລງ ປະເທດເຢຍລະມັນ, ບັນດາການນຳເອີລົບ ໄດ້ເຫັນດີເປັນເອກະພາບວ່າ ຢູແກຼນ ຕ້ອງໄດ້ຮັບປະກັນຄວາມໝັ້ນຄົງຢ່າງໝັ້ນແກ່ນ ລວມທັງ “ກຳລັງນາໆຊາດ” ໂດຍ ເອີລົບ ນຳໜ້າດ້ວຍການໜູນຊ່ວຍຂອງອາເມລິກາ ກ່ອນທີ່ຈະຍົກອອກບໍ່ວ່າຄຳຕັດສິນໃດໆ ກ່ຽວກັບການປະນີປະນອມຜືນແຜ່ນດິນທີ່ມີຄວາມສາມາດບົ່ມຊ້ອນໃຫ້ແກ່ ລັດເຊຍ.

ແຫຼ່ງຄັດຈາກ vovworld.vn