leftcenterrightdel
ທ່ານ Moon Jae-in ປະທານາທີບໍດີ ສ.ເກົາຫຼີ  ກ່າວຄໍາເຫັນທີ່ກອງປະຊຸມສຸດຍອດອາຊຽນ-ສ.ເກົາຫຼີ ຄັ້ງທີ 21. ພາບ: ສໍານັກຂ່າວສານຫວຽດນາມ.

​ໃນຖະແຫລງການປະທານ ຂອງກອງປະຊຸມສຸດຍອດ ອາຊຽນ - ສ.ເກົາຫລີ ເນັ້ນໜັກວ່າ ການນຳບັນດາປະເທດສະມາຊິກອາຊຽນ ຊົມເຊີຍນະໂຍບາຍມຸ່ງໄປສູ່ທິດໃຕ້ໃໝ່ຂອງ ສ.ເກົາຫລີ, ຂໍ້ລິເລີ່ມນະໂຍບາຍການຕ່າງປະເທດສະບັບເພີ່ມເຕີມ ຂອງອຳນາດການປົກຄອງເຊີອູນ ເພື່ອແນໃສ່ເພີ່ມທະວີການພົວພັນທາງການທູດ ແລະເສດຖະກິດກັບອາຊຽນ ແລະອິນເດຍ. ພາຍຫລັງກະຊວງການຕ່າງປະເທດ ສ.ເກົາຫລີ ໃຫ້ຮູ້ວ່າ: ບັນດາຖະແຫລງການປະທານ ທີ່ໄດ້ຍົກອອກມາໃນກອງປະຊຸມສຸດຍອດຕ່າງໆໃນຂອບເຂດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະບັນດາກອງປະຊຸມທີ່ກ່ຽວຂ້ອງ​ເມື່ອ​ບໍ່​ດົນ​ມາ​ນີ້ ໄດ້ຢັ້ງຢືນຄືນໃໝ່ການສະໜັບສະໜູນຂອງສາກົນທີ່ມີຕໍ່ຄວາມມານະພະຍາຍາມຊຸກຍູ້ການສ້າງສັນຕິພາບຍາວນານໃນແຫລມເກົາຫລີ. ກະຊວງການຕ່າງປະເທດ ສ.ເກົາຫລີ ຊີ້ແຈ້ງເຖິງ 3 ຖະແຫລງການປະທານ ທີ່ໄດ້ຍົກອອກມາພາຍຫລັງກອງປະຊຸມສຸດຍອດ ອາຊຽນ - ສ.ເກົາຫລີ, ກອງປະຊຸມສຸດຍອດອາຊຽນ + 3 (ສ.ເກົາຫລີ, ຈີນ ແລະຍີ່ປຸ່ນ) ແລະກອງປະຊຸມສຸດຍອດອາຊີຕາເວັນອອກ ​ໄດ້​ຈັດ​ຂຶ້ນຜ່ານທາງອອນລາຍ.

ເນື້ອໃນ: ຂປລ