ໃນບົດກ່າວປາໄສທີ່ໄດ້ຮັບຖືວ່າ ແມ່ນມີຄວາມສໍາຄັນທີ່ສຸດໃນປີເພື່ອແນໃສ່ວາງອອກບັນດາຍຸດທະສາດພັດທະນາໃນໄລຍະຈະມາເຖິງຂອງສະຫະພາບເອີຣົບ, ທ່ານນາງປະທານຄະນະກໍາມະການເອີຣົບ ໄດ້ເຕື້ອງເຖິງບັນດາແຜນການຟື້ນຟູເສດຖະກິດເອີຣົບ ພາຍຫຼັງໂລກລະບາດໂຄວິດ -19 ກໍຄືບັນດາໂຄງການລົງທຶນໃນຂົງເຂດເຕັກໂນໂລຢີ ແລະສິ່ງແວດລ້ອມ. ສໍາລັບບັນດາເປົ້າໝາຍໃນໄລຍະສັ້ນທີ່ຕ້ອງປະຕິບັດໂດຍດ່ວນ, ຕາມທ່ານນາງ Ursula von der Leyen ແລ້ວ, ບຸລິມະສິດແຖວໜ້າຂອງຄະນະກໍາມະການເອີຣົບ ແມ່ນຮັບປະກັນການຄວບຄຸມ ແລະ ຍູ້ໂລກລະບາດໂຄວິດ-19 ໄດ້ເປັນຢ່າງດີ.

leftcenterrightdel
ທ່ານນາງ Ursula von der Leyen ປະທານຄະນະກໍາມະການເອີຣົບ. ພາບ: Reuters.

ກ່ຽວກັບບັນຫາ Brexit, ທ່ານນາງ ຖືວ່າ ໂອກາດເພື່ອໃຫ້ ອີຢູ ແລະອັງກິດ ບັນລຸໄດ້ຂໍ້ຕົກລົງພາຍຫຼັງ Brexit ແມ່ນສອງຝ່າຍຕ້ອງມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນບົນເນື້ອໃນຈິດໃຈເຄົາລົບກົດໝາຍສາກົນ.

ກ່ຽວກັບຂົງເຂດຄວາມໝັ້ນຄົງ ແລະການພົວພັນຕ່າງປະເທດ, ທ່ານນາງປະທານຄະນະກໍາມະການເອີຣົບ ຮຽກຮ້ອງໃຫ້ປະເທດສະມາຊິກທັງໝົດ ກໍຄື ອີຢູ ຈົ່ງມີຄວາມຕັດສິນໃຈຢ່າງສູງ, ກ້າຫານ ແລະມີປະຕິກິລິຍາໄວ, ມີໄຫວພິບກວ່າສໍາລັບບັນດາບັນຫາໃຫຍ່ຂອງສາກົນ.

ແຫຼ່ງຄັດຈາກ vovworld.vn