leftcenterrightdel
ຍ້ອນບັນຫາຮົ່ງກົງ ບາງປະເທດສະມາຊິກອີຢູ ຖະແຫຼງຍົກເລີກສົນທິສັນຍາສົ່ງຜູ້ຮ້າຍຂ້າມແດນກັບ ຮົ່ງກົງ. ພາບ: CNN.

ໃນວັນທີ 4 ກໍລະກົດ, ໂຄສົກກະຊວງການຕ່າງປະເທດຈີນ ແລະຄະນະປະຕິບັດງານປະເທດນີ້ທີ່ປະຈໍາອີຢູ ກໍໄດ້ໄດ້ສະແດງທັດສະນະຕໍ່ໜ້າບັນດາການກະທໍາໃໝ່ຂອງອີຢູ ແລະຝລັ່ງ ທີ່ກ່ຽວຂ້ອງເຖິງບັນຫາຮົ່ງກົງຢ່າງຕໍ່ເນື່ອງ. ຕໍ່ໜ້າຖະແຫຼງການທີ່ມີຄວາມວິຕົກກັງວົນກ່ຽວກັບເລື່ອງຮົ່ງກົງ ເລື່ອນວັນເວລາຈັດຕັ້ງການເລືອກຕັ້ງສະພານິຕິບັນຍັດຂອງອີຢູ, ໂຄສົກຂອງຄະນະປະຕິບັດງານຈີນ ປະຈໍາ ອີຢູ ຢັ້ງຢືນວ່ານີ້ແມ່ນວຽກງານພາຍໃນຂອງຮົ່ງກົງ. ບໍ່ວ່າລັດຖະບານ, ອົງການ ແລະບຸກຄົນຕ່າງປະເທດໃດກໍ່ລ້ວນແຕ່ບໍ່ມີສິດ ແລະເຫດຜົນເພື່ອແຊກແຊງເຂົ້າ. ສໍາລັບຖະແຫຼງການຂອງກະຊວງການຕ່າງປະເທດຝລັ່ງ ກ່ຽວກັບເລື່ອງໂຈະການໃຫ້ສັດຕະຍາບັນສົນທິສັນຍາສົ່ງຜູ້ຮ້າຍຂ້າມແດນທີ່ໄດ້ລົງນາມເມື່ອປີ 2017 ກັບຮົ່ງກົງນັ້ນ, ໂຄສົກກະຊວງການຕ່າງປະເທດຈີນ ໄດ້ສະແດງຄວາມເດັດດ່ຽວຄັດຄ້ານ, ແຕ່ຍ້ອນສົນທິສັນຍາສະບັບດັ່ງກ່າວຍັງບໍ່ທັນໄດ້ຮັບການຮັບຮອງເອົາສະນັ້ນຈຶ່ງບໍ່ມີຄໍາກ່າວເຕືອນ ຫຼື ການກະທໍາຕອບໂຕ້ໃດຈາກຝ່າຍປັກກິ່ງ.

ແຫຼ່ງຄັດຈາກ: vovworld.vn