ປະທານາທິບໍດີລັດເຊຍ ປະຕິເສດທຸກການກ່າວຫາກ່ຽວກັບການແຊກແຊງເຂົ້າໃນການເລືອກຕັ້ງອາເມລິກາ
ວັນທີ 2 ຕຸລາ, ກ່າວຄຳເຫັນທີ່ເວທີປາໄສເສດຖະກິດຢູ່ ມົດສະກູ, ທ່ານປະທານາທິບໍດີ ລັດເຊຍ Valdimir Putin ເນັ້ນໜັກວ່າ ລັດເຊຍ ພ້ອມແລ້ວທີ່ຈະເຮັດວຽກກັບບໍ່ວ່າປະທານາທິບໍດີຄົນໃດທີ່ໄດ້ຮັບການເລືອກຕັ້ງຂອງ ອາເມລິກາ. ທ່ານ Valdimir Putin ກໍ່ສະແດງຄວາມຫວັງວ່າ ການພົວພັນກັບ ວໍຊິງຕັນ ຈະໄດ້ຮັບການປັບປຸງໃຫ້ດີຂຶ້ນ.