ນີ້ແມ່ນມໍລະດົກໂລກແຫ່ງທີ 3 ຂອງລາວ, ກ່ອນນັ້ນແມ່ນນະຄອນຫຼວງພະບາງ ທີ່ໄດ້ຮັບການຮັບຮອງໃນປີ 1995 ແລະຜາສາດຫີນວັດພູ ຈໍາປາສັກ ໄດ້ຮັບການຮັບຮອງໃນປີ 2001. ຂໍ້ຕົກລົງນັ້ນໄດ້ຍົກອອກມາໃນກອງປະຊຸມ ຄັ້ງທີ 43 ຂອງຄະນະກໍາມະການມໍລະດົກໂລກ ເຊິ່ງຈັດຕັ້ງໃນທ້າຍອາທິດກ່ອນຢູ່ນະຄອນຫຼວງ Baku, ແຫ່ງ ສ.ອາແຊກໄບຢານ.
ທົ່ງໄຫຫີນຊຽງຂວາງໃນບໍລິເວນແຂວງຊຽງຂວາງ (ພາກເໜືອລາວ) ລວມມີກວ່າ 20 ເຂດທີ່ໄດ້ຮັບການຄົ້ນພົບ. ເຖິງຢ່າງໃດກໍ່ຕາມ, ປີ 1992, ລັດຖະບານລາວ ພຽງແຕ່ສະເໜີຕໍ່ຄະນະກໍາມະການມໍລະດົກໂລກ ຮັບຮອງ 11 ໃນກວ່າ 20 ເຂດທີ່ໄດ້ຮັບການຄົ້ນພົບຂອງທົ່ງໄຫຫີນຊຽງຂວາງ ເປັນມໍລະດົກວັດທະນະທໍາໂລກເທົ່ານັ້ນ.
ໂດຍ: ຈາງຫງວຽນ
Type the code from the image