ຟູ່ກຸຍ ແລະຍາຈາງ ນອນໃນ ທອັບ ຈຸດນັດພົບທີ່ສວຍງາມທີ່ສຸດຢູ່ແຄມທະເລຕາເວັນອອກ
ກປ.ອອນໄລ - ຍາຈາງ ຕັ້ງຢູ່ເທິງອ່າວທະເລກວ້າງ, ອ້ອມຮອບດ້ວຍເກາະນ້ອຍໆຫຼາຍແຫ່ງທີ່ສາມາດເຂົ້າເຖິງໄດ້ທາງທະເລຢ່າງງ່າຍດາຍ.
ຫວຽດນາມ ໄດ້ຮັບການເລືອກເອົາໂດຍເວັບໄຊ ການເດີນທະເລ - ກໍາປັ່ນທ່ອງທ່ຽວ - ສະພາບອາກາດທາງທະເລ ຂອງຝຣັ່ງ figaronautisme.meteoconsult.fr ເພື່ອແນະນໍາສະຖານທີ່ທີ່ພົ້ນເດັ່ນ ສອງແຫ່ງ ຄື: ເຂດພິເສດຟູ່ກຸຍ ແລະຕາແສງຍາຈາງ, ເຊິ່ງເປັນຕາງໜ້າສອງດ້ານທີ່ແຕກຕ່າງກັນ ແຕ່ເພີ່ມເຕີມໃຫ້ກັນຂອງການທ່ອງທ່ຽວທາງທະເລ.
    |
 |
|
ບົດຂຽນແນະນຳເກາະຟູ່ກຸຍ ລົງໃນເວັບໄຊ figaronautisme.meteoconsult.fr. ພາບ: ສໍານັກຂ່າວສານຫວຽດນາມ |
ໃນບົດຂຽນທີ່ລົງໃນວັນທີ 18 ມັງກອນ, figaronautisme.meteoconsult.fr ໄດ້ຕີລາຄາ ຟູ່ກຸຍ - ຕັ້ງຢູ່ນອກຝັ່ງທະເລພາກໃຕ້ຂອງຫວຽດນາມ - ເປັນໜຶ່ງໃນບັນດາເກາະທີ່ຍັງຄົງຮັກສາທີ່ຕັ້ງທີ່ບໍ່ເປີດເຜີຍໃນແຜນທີ່ການທ່ອງທ່ຽວທະເລຕາເວັນອອກ.
ກົງກັນຂ້າມກັບລັກສະນະງຽບສະຫງົບຂອງຟູ່ກຸຍ, ຍາຈາງ ຕັ້ງຢູ່ແຄມຝັ່ງທະເລພາກກາງຂອງຫວຽດນາມ, ມີວິທີທີ່ແຕກຕ່າງເພື່ອເຂົ້າເຖິງການທ່ອງທ່ຽວທາງທະເລ. ຍາຈາງ ຕັ້ງຢູ່ເທິງອ່າວທະເລກວ້າງ, ອ້ອມຮອບດ້ວຍເກາະນ້ອຍໆຫຼາຍແຫ່ງທີ່ສາມາດເຂົ້າເຖິງໄດ້ທາງທະເລຢ່າງງ່າຍດາຍ, ເງື່ອນໄຂທີ່ສະດວກໃຫ້ບັນດາການເຄື່ອນໄຫວພັກຜ່ອນ ແລະລະຫຼິ້ນ. ດັ່ງນັ້ນ, ຍາຈາງ ໄດ້ຮັບຖືວ່າເປັນໜຶ່ງໃນບັນດາປະຕູທີ່ສຳຄັນເພື່ອຄົ້ນພົບທະເລຕາເວັນອອກ ຈາກຝ່າຍຫວຽດນາມ ມາແຕ່ດົນນານແລ້ວ.
ໂດຍ: ຈາງຫງວຽນ