ວັນທີ 20 ຕຸລາ, ຢູ່ນະຄອນໂຮ່ຈີມິນ, ທະນາຄານ UOB ຫວຽດນາມ ປະກາດການຮ່ວມມືຍຸດທະສາດກັບ Oxalis Adventure, ພາຍໃຕ້ການອຸປະຖຳຂອງຄະນະຄຸ້ມຄອງປ່າສະຫງວນແຫ່ງຊາດ ຟອງຍາ-ແກບາງ ເພື່ອແນໃສ່ໂຄສະນາຮູບພາບ “ອານາຈັກແຫ່ງຖໍ້າ-ຟອງຍາ-ແກບາງ” ແລະພັດທະນາການທ່ອງທ່ຽວຊີວະພາບອອກສູ່ບັນດາປະເທດອາຊຽນ ຄື: ສິງກະໂປ, ມາເລເຊຍ, ອິນໂດເນເຊຍ, ໄທ ແລະຫວຽດນາມ.
ຕາມຂໍ້ຕົກລົງແລ້ວ, ເຈົ້າຂອງບັນຊີຂອງທະນາຄານ UOB ຢູ່ 5 ປະເທດດັ່ງກ່າວ ຈະໄດ້ຮັບການຫຼຸດລາຄາ 10% ເມື່ອຈອງລາຍການທ່ອງທ່ຽວໂດຍ Oxalis ຈັດຂຶ້ນຢູ່ ຟອງຍາ-ແກບາງ. Oxalis Adventure ແມ່ນວິສາຫະກິດທ່ອງທ່ຽວພະຈົນໄພທີ່ມີສຳນັກງານຕັ້ງຢູ່ກວາງບິງ ໃຫ້ຮູ້ວ່າ: ລາຍການຮ່ວມມືໄດ້ເປີດໂອກາດໂຄສະນາບັນດາລາຍການທ່ອງທ່ຽວຄົ້ນຫາຖ້ຳ, ໃນນັ້ນ ມີຖ້ຳເຊີນດ່ອງ ກັບບັນດາກຸ່ມແຂກທ່ອງທ່ຽວສາກົນ. ບັນດາຄູ່ຮ່ວມມືລ້ວນແຕ່ຢາກນຳມາເຊິ່ງບັນດາໂອກາດຂຸດຄົ້ນຄວາມງາມທຳມະຊາດຢູ່ແຂວງກວາງຈິ, ພິເສດແມ່ນຖ້ຳເຊີນດ່ອງ ໃຫ້ແກ່ຜູ້ທີ່ຢາກມີຄວາມຮູ້ສຶກຢ່າງເລິກເຊິ່ງກວ່າກ່ຽວກັບຄວາມງາມ ແລະຄຸນຄ່າຂອງທຳມະຊາດຫວຽດນາມ.
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ
Type the code from the image