ພູພຽງຫີນ ດົ່ງວັນ ໄດ້ຮັບນາມມະຍົດ “ສະຖານທີ່ວັດທະນະທຳແຖວໜ້າຂອງໂລກ ປີ 2025”
ກປ.ອອນໄລ - ບໍ່ພຽງແຕ່ເປັນສິ່ງມະຫັດສະຈັນທາງທໍລະນີສາດເທົ່ານັ້ນ, ພູພຽງຫີນ ດົ່ງວັນ ຍັງເປັນສະຖານທີ່ວັດທະນະທຳທີ່ເປັນເອກະລັກສະເພາະ, ເຊິ່ງມີ 17 ຊົນເຜົ່າດຳລົງຊີວິດຢູ່ຮ່ວມກັນ ແລະສ້າງເປັນລະບົບຄຸນຄ່າວັດທະນະທຳຫຼາຍຊັ້ນ, ເລິກເຊິ່ງອີກດ້ວຍ.
    |
 |
|
ການນໍາຄະນະກໍາມະການປະຊາຊົນແຂວງ ຕວຽນກວາງ ຮັບນາມມະຍົດ “ສະຖານທີ່ວັດທະນະທຳແຖວໜ້າຂອງໂລກ ປີ 2025” ທີ່ WTA 2025. ພາບ: ພະແນກວັດທະນະທໍາ, ກິລາ ແລະທ່ອງທ່ຽວແຂວງຕວຽນກວາງ. |
ສວນສາທາລະນະທໍລະນີທົ່ວໂລກ UNESCO ພູພຽງຫີນ ດົ່ງວັນ, ແຂວງຕວຽນກວາງ ໄດ້ຮັບນາມມະຍົດ “ສະຖານທີ່ວັດທະນະທໍາແຖວໜ້າຂອງໂລກ ປີ 2025” ທີ່ພິທີມອບລາງວັນການທ່ອງທ່ຽວໂລກ (World Travel Awards-WTA) ປີ 2025 ເຊິ່ງໄດ້ຈັດຂຶ້ນໃນຕອນຄ່ຳຂອງວັນທີ 6 ທັນວາ, ຢູ່ທີ່ ລາຊະອານາຈັກ ບາເຣນ.
ໂດຍໄດ້ຮັບການຮັບຮອງຈາກອົງການ UNESCO ຕັ້ງແຕ່ປີ 2010, ພູພຽງຫີນ ດົ່ງວັນ ໄດ້ຮັກສາປະຫວັດວິວັດທະນາການຂອງໜ່ວຍໂລກມາເປັນເວລາກວ່າ 550 ລ້ານປີ, ເປັນ “ພະຍານ” ຂອງມະຫາສະໝຸດບູຮານ ແລະເປັນບ່ອນເກັບມ້ຽນຟອດຊິນທາງທຳມະຊາດແຕ່ຍຸກ Paleozoic, ຍຸກ Mesozoic ເຖິງ ຍຸກ Cenozoic.
ບໍ່ພຽງແຕ່ເປັນສິ່ງມະຫັດສະຈັນທາງທໍລະນີສາດເທົ່ານັ້ນ, ພູພຽງຫີນ ດົ່ງວັນຍັງເປັນສະຖານທີ່ວັດທະນະທຳທີ່ເປັນເອກະລັກສະເພາະ ເຊິ່ງມີ 17 ຊົນເຜົ່າດຳລົງຊີວິດຢູ່ຮ່ວມກັນ ແລະສ້າງເປັນລະບົບຄຸນຄ່າວັດທະນະທຳຫຼາຍຊັ້ນ, ເລິກເຊິ່ງອີກດ້ວຍ.
ໂດຍ: ໄຊຊະນະ