ນີ້ບໍ່ພຽງແຕ່ເປັນ "ບໍ່ຄຳ" ທີ່ມີຄຸນຄ່າລະດັບສາກົນໃນດ້ານບູຮານຄະດີ, ທໍລະນີສາດເທົ່ານັ້ນ, ຫາກຍັງເປັນເຂດອະນຸລັກຮັກສາເອກະລັກໃນປະຫວັດສາດ, ວັດທະນະທຳດັ້ງເດີມ, ເປີດຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງອອກເພື່ອພັດທະນາການທ່ອງທ່ຽວແບບຍືນຍົງທີ່ຕິດພັນກັບການອະນຸລັກຮັກສາທຳມະຊາດ ແລະສີສັນທີ່ເປັນມູນເຊື້ອ.
ຈາກຊັບພະຍາກອນທໍລະນີສາດໄປສູ່ຈຸດທີ່ດຶງດູດໃຈ
ສວນສາທາລະນະທໍລະນີສາດທົ່ວໂລກຂອງຫວຽດນາມ ທີ່ໄດ້ຮັບການຮັບຮອງຈາກອົງການ UNESCO ລວມມີ: ສວນສາທາລະນະທໍລະນີສາດພູພຽງຫີນດົງວັນ (ຮັບຮອງ ປີ 2010), ສວນສາທາລະນະທໍລະນີສາດພູຜາ, ແມ່ນ້ຳລຳເຊ ກາວບັງ (ຮັບຮອງ ປີ 2018), ສວນສາທາລະນະທໍລະນີສາດ ດັກນົງ (ຮັບຮອງ ປີ 2020) ແລະສວນສາທາລະນະທໍລະນີສາດ ລ້າງເຊີນ (ຮັບຮອງ ປີ 2024).
ສວນສາທາລະນະແຕ່ລະແຫ່ງ ຖືວ່າ ເປັນ "ພິພິທະພັນທໍລະນີສາດທີ່ມີຊີວິດ" ສະແດງໃຫ້ເຫັນເຖິງການຮ່ວມສຳພັນທີ່ກົມກຽວ ແລະແໜ້ນແຟ້ນລະຫວ່າງຄວາມຫຼາກຫຼາຍຮູບແບບ, ຄວາມໃຫຍ່ໂຕຂອງທຳມະຊາດ ແລະຄວາມອຸດົມສົມບູນ, ເປັນເອກະລັກຂອງສີສັນວັດທະນະທຳບັນດາຊົນເຜົ່າ.
    |
 |
|
ນັກທ່ອງທ່ຽວຄົ້ນຫາທົ່ງຫຍ້າດົງເລິມ, ລ້າງເຊີນ. ພາບ: nhandan.vn |
ພູພຽງຫີນດົ່ງວັນມີຄວາມດຶງດູດໃຈດ້ວຍພູມສັນຖານຫີນປູນທີ່ສວຍງາມຕິດພັນກັບຮີດຄອງປະເພນີ, ສະຖາປັດຕະຍະກຳ ແລະອາຊີບພື້ນເມືອງຂອງໝູ່ບ້ານຊາວເຜົ່າມົ້ງ, ເຜົ່າຢ້າວ, ເຜົ່າໂລໂລ, ເຜົ່າໄຕ... ພູຜາປ່າໄມ້, ແມ່ນ້ຳກາວບັ່ງ ມີຄວາມປະທັບໃຈດ້ວຍລະບົບພູຫີນປູນທີ່ສະຫຼັບກັບແມ່ນ້ຳລຳທານ, ນ້ຳຕົກຕາດບານຢົກ ແລະ ສະຖານທີ່ທາງບູຮານຄະດີຫຼາຍແຫ່ງ, ບ່ອນທີ່ມີຮ່ອງຮອຍ ວັດທະນະທຳຂອງພໍ່ແມ່ປະຊາຊົນບັນດາເຜົ່າໄຕ, ນຸ່ງ... ສວນສາທາລະນະທໍລະນີສາດ ດັກນົງ ມີຄວາມໂດດເດັ່ນ ດ້ວຍລະບົບຖ້ຳພູເຂົາໄຟ bazan ພ້ອມກັບວັດທະນະທຳກອງ, ຄ້ອງ... ສວນສາທາລະນະທໍລະນີສາດ ລ້າງເຊີນ ສ້າງສັນຍະລັກດ້ວຍຕະກອນຫີນບູຮານ, ລະບົບຖ້ຳທີ່ໃຫຍ່ໂຕສວຍງາມ ແລະຊີວິດທາງດ້ານວັດທະນະທຳທີ່ເປັນເອກະລັກຂອງຊາວເຜົ່າໄຕ, ນຸ່ງ, ຢ້າວ...
ໃນໄລຍະຜ່ານມາ, ໂດຍອີງໃສ່ການຂຸດຄົ້ນຄຸນຄ່າທີ່ເປັນເອກະລັກຂອງສວນສາທາລະນະທໍລະນີສາດທົ່ວໂລກ, ຜະລິດຕະພັນທ່ອງທ່ຽວຫຼາຍຢ່າງໄດ້ສ້າງຂຶ້ນ, ຄ່ອຍໆປ່ຽນສວນສາທາລະນະທໍລະນີສາດໃຫ້ກາຍມາເປັນຂໍ້ໄດ້ປຽບໃນການແຂ່ງຂັນຂອງການທ່ອງທ່ຽວທ້ອງຖິ່ນ.
ສຳລັບສວນສາທາລະນະທໍລະນີສາດທົ່ວໂລກຂອງອົງການ UNESCO ດັກນົງ, ຄະນະຄຸ້ມຄອງໄດ້ສ້າງລາຍການທ່ອງທ່ຽວ 3 ເສັ້ນເຊື່ອມຕໍ່ 41 ຈຸດຊັບພະຍາກອນ, ໂດຍສະເພາະແມ່ນ ໜອງ ຕາດຸງ, ນ້ຳຕົກຕາດເດຣຍຊັບ, ຄຸກດັກມິວ, ອະນຸສອນສະຖານປະຫວັດສາດເງຕຣາງກູ, ບ້ານບົວ, ບ້ານນຸຍ...
ລາຍການທ່ອງທ່ຽວ 4 ເສັ້ນທີ່ຕິດພັນກັບ 38 ຈຸດຂອງສວນສາທາລະນະທໍລະນີສາດທົ່ວໂລກຂອງອົງການ UNESCO ລ້າງເຊີນ ກໍ່ໄດ້ສຸມໃສ່ ສ້າງຂຶ້ນ.
ສ້າງຄວາມດຶງດູດຈາກຜະລິດຕະພັນທີ່ເປັນເອກະລັກ
ໃນສະພາບການຕົວຈິງຢູ່ສວນສາທາລະນະທໍລະນີສາດທົ່ວໂລກ ຍັງເຜີຍໃຫ້ເຫັນຊ່ອງຫວ່າງຂະໜາດໃຫຍ່ເມື່ອທຽບກັບຄວາມສາມາດບົ່ມຊ້ອນ. ລະດັບການຂຸດຄົ້ນການທ່ອງທ່ຽວຢູ່ ສວນສາທາລະນະ 4 ແຫ່ງນີ້ແມ່ນມີຄວາມແຕກຕ່າງກັນຢ່າງຈະແຈ້ງກ່ຽວກັບປະສິດທິຜົນ ແລະລັກສະນະ ຍືນຍົງ.
ທ່ານ ປອ. ຫງວຽນຊວນຫາຍ (ສັງກັດພະແນກການທ່ອງທ່ຽວ ແລະພາສາຕ່າງປະເທດ, ສະຖາບັນກະສິກຳຫວຽດນາມ) ໄດ້ໃຫ້ຂໍ້ສັງເກດວ່າ "ຈຸດອຸດຕັນ " ໃຫຍ່ທີ່ສຸດແມ່ນຢູ່ໃນລະບົບຜະລິດຕະພັນການທ່ອງທ່ຽວທີ່ບໍ່ດີ, ມີຄຸນນະພາບຕໍ່າ. ສິ່ງທີ່ໜ້າຕົກໃຈກວ່ານັ້ນແມ່ນ, ຄຸນຄ່າທາງຊັບພະຍາກອນທີ່ເປັນເອກະລັກ, ໜຶ່ງດຽວ ບໍ່ທັນໄດ້ຂຸດຄົ້ນຢ່າງເຕັມທີ່ກັບທ່າແຮງຂອງມັນ, ພົ້ນເດັ່ນແມ່ນກໍລະນີຂອງສວນສາທາລະນະທໍລະນີສາດທົ່ວໂລກ ດັກນົງ. ເບິ່ງຄືວ່າ ຊັບພະຍາກອນຖ້ຳພູເຂົາໄຟເກືອບທັງໝົດ (ເກືອບ 50 ຖ້ຳ) ຢູ່ທີ່ນີ້ ຍັງບໍ່ໄດ້ ລົງທຶນຂຸດຄົ້ນ.
ທ່ານ ປອ. ຫງວຽນຊວນຫາຍ ຖືວ່າ ຄວນພັດທະນາບັນດາຜະລິດຕະພັນການທ່ອງທ່ຽວທີ່ເປັນເອກະລັກຢູ່ສວນສາທາລະນະທໍລະນີສາດທົ່ວໂລກຕາມທິດທາງສະເພາະ, ເຊິ່ງສາມາດແບ່ງອອກເປັນ 3 ລະດັບຄື: ລະດັບສູງ (ການທ່ອງທ່ຽວຄົ້ນຫາ ວິທະຍາສາດທໍລະນີວິສາດສໍາລັບຜູ້ຊ່ຽວຊານ ແລະນັກສຶກສາ), ລະດັບກາງ (ການທ່ອງທ່ຽວຜະຈົນໄພ ແລະການດູແລສຸຂະພາບ, ເຊັ່ນ: ການປີນພູ, ການຂີ່ເຮືອ... ສົມທົບກັບການຊອກຮູ້ທໍລະນີສາດ), ລະດັບພື້ນຖານ (ການທ່ອງທ່ຽວວັດທະນະທຳ, ການໄປຢ້ຽມຊົມສະຖານທີ່ປະຫວັດສາດ, ການສຳຜັດກັບອາຫານ ແລະງານບຸນທ້ອງຖິ່ນ).
ທ່ານ ກາວກວກຈຸງ ຮອງຜູ້ອຳນວຍການບໍລິສັດທ່ອງທ່ຽວ ແລະການຄ້າ Vidotour ອາຊີຕາເວັນອອກ ຈຳກັດ ສາຂາຮ່າໂນ້ຍ ໄດ້ຢືນຢັນວ່າ: ຜະລິດຕະພັນການທ່ອງທ່ຽວຢູ່ສວນສາທາລະນະທໍລະນີສາດທົ່ວໂລກຢາກໃຫ້ດຶງດູດນັກທ່ອງທ່ຽວນັ້ນຜະລິດຕະພັນຕ້ອງເປັນຮູບປະທຳເພື່ອໃຫ້ນັກທ່ອງທ່ຽວສາມາດເຫັນ, ສຳຜັດ ແລະຮູ້ສຶກໄດ້. ຄຸນຄ່າວິທະຍາສາດທາງທໍລະນີສາດ, ພູມສາດ ແລະປະຫວັດສາດຕ້ອງຕິດພັນກັນຢ່າງແໜ້ນແຟ້ນກັບຄວາມສວຍງາມຂອງທັດສະນີຍະພາບທຳມະຊາດ ແລະປັດໄຈວັດທະນະທຳແບບດັ້ງເດີມ, ສ້າງ "ເລື່ອງລາວ" ຕ່າງໆໃຫ້ແກ່ສະຖານທີ່ທ່ອງທ່ຽວ.
ທ່ານ ກາວກວກຈຸງ ຍັງໄດ້ກ່າວອີກວ່າ ສວນສາທາລະນະທໍລະນີສາດທົ່ວໂລກ ທັງສາມແຫ່ງຄື ດົງວັນ, ກາວບັງ ແລະ ລ້າງເຊີນ ລ້ວນແຕ່ເປັນເສັ້ນທາງທ່ອງທ່ຽວທາງທິດຕາເວັນອອກສ່ຽງເໜືອ, ແຕ່ຕ້ອງຫັນຜະລິດຕະພັນການທ່ອງທ່ຽວໃຫ້ເປັນຫຼາຍຮູບຫຼາຍແບບ, ຫຼີກລ້ຽງການຊໍ້າກັນ ແລະແກ່ງແຍ້ງກັນໂດຍກົງ.
ໂດຍ: ຈາງຫງວຽນ