ອາຊີບເຮັດພາບພື້ນເມືອງ ດົງໂຮ່ ໄດ້ຮັບການຮັບຮອງເອົາເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງ UNESCO
ອາຊີບເຮັດພາບແຕ້ມພື້ນເມືອງ ດົງໂຮ່ ຢູ່ແຂວງ ບັກນິງ, ໄດ້ມີມາກ່ອນນີ້ 500 ປີ. ວົງຄະນະຍາດປະຕິບັດອາຊີບ ໄດ້ສ້າງບັນດາພາບແຕ້ມມີລັກສະນະພິເສດກ່ຽວກັບຫົວຂໍ້, ເຕັກນິກການພິມ, ການໃສ່ສີ…
    |
 |
|
ພາບແຕ້ມພື້ນເມືອງ ດົງໂຮ່ ໄດ້ຈົດຊື່ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸທີ່ກອງປະຊຸມຄັ້ງທີ 20. ພາບ: vov.vn |
ມໍລະດົກອາຊີບເຮັດພາບພື້ນເມືອງ ດົງໂຮ່ ຂອງແຂວງບັກນິງ ໄດ້ຈົດຊື່ເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸຢ່າງເປັນທາງການທີ່ຕ້ອງໄດ້ຮັບການຮັກສາໂດຍດ່ວນຂອງອົງການສຶກສາວິທະຍາສາດ ແລະວັດທະນະທຳສະຫະປະຊາຊາດ (UNESCO) ທີ່ກອງປະຊຸມຄັ້ງທີ 20 ຄະນະກຳມະການລະຫວ່າງລັດຖະບານສົນທິສັນຍາ 2003 ກ່ຽວກັບການປົກປັກຮັກສາມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງ UNESCO, ເຊິ່ງຈັດຂຶ້ນໃນຕອນບ່າຍວັນທີ 9 ທັນວາ, ຢູ່ນະຄອນຫຼວງ ນິວເດລີ, ອິນເດຍ. ນີ້ແມ່ນມໍລະດົກບໍ່ເປັນວັດຖຸທີ 17 ຂອງ ຫວຽດນາມ ທີ່ UNESCO ໄດ້ເຊີດຊູ.
ອາຊີບເຮັດພາບແຕ້ມພື້ນເມືອງ ດົງໂຮ່ ຢູ່ແຂວງ ບັກນິງ, ໄດ້ມີມາກ່ອນນີ້ 500 ປີ. ວົງຄະນະຍາດປະຕິບັດອາຊີບ ໄດ້ສ້າງບັນດາພາບແຕ້ມມີລັກສະນະພິເສດກ່ຽວກັບຫົວຂໍ້, ເຕັກນິກການພິມ, ການໃສ່ສີ… ທ່ານ ມາຍເຊີນ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງ ບັກນິງ, ໃຫ້ຮູ້ວ່າ:
“ເລື່ອງພາບແຕ້ມພື້ນເມືອງ ດົງໂຮ່ ໄດ້ຮັບການຮັບຮອງເອົາຈາກ UNESCO ແມ່ນການຮັບຮູ້ຂອງສາກົນສຳລັບພາບແຕ້ມພື້ນເມືອງ, ແຫ່ງທີ່ສີສັນຫວຽດນາມ ແລະທິດສະດີດຳລົງຊີວິດຂອງຄົນຫວຽດ ໄດ້ສະແດງອອກຜ່ານແຕ່ລະພາບແຕ້ມ. ເພື່ອໄດ້ຮັບການຮັບຮອງເອົາຄືໃນມື້ນີ້, ພວກຂ້າພະເຈົ້າ ຕີລາຄາສູງການປະກອບສ່ວນຂອງວົງຄະນະຍາດຊາວດົງໂຮ່, ບັນດານັກສິລະປິນ - ຜູ້ທີ່ໄດ້ປະດິດສ້າງ, ອະນຸລັກຮັກສາ, ສິດສອນການແຕ້ມພາບພື້ນເມືອງ ດົງໂຮ່ ຜ່ານຫຼາຍລຸ້ນຄົນເປັນນັບຮ້ອຍປີ”.
ປະຈຸບັນ, ຫວຽດນາມ ມີທັງໝົດ 37 ມໍລະດົກທີ່ UNESCO ຮັບຮອງເອົາ ແລະຈົດເຂົ້າໃນບັນດາບັນຊີລາຍຊື່ຂອງອົງການນີ້.
ແຫຼ່ງຄັດຈາກ: vovworld.vn