ວັນບຸນໄຫວ້ພະຈັນທີ່ອົບອຸ່ນ, ມີຄວາມໝາຍໃຫ້ສຳລັບເດັກນ້ອຍທົ່ວທຸກແຖບຖິ່ນໃນທົ່ວປະເທດ
ວັນບຸນໄດ້ຈັດຂຶ້ນຢ່າງຟົດຟື້ນ ດ້ວຍລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ, ພ້ອມກັນການເຂົ້າຮ່ວມບັນດາການລະຫຼີ້ນພື້ນເມືອງ…
ໃນຊຸມມື້ນີ້, ເດັກນ້ອຍຢູ່ບັນແຂວງ, ນະຄອນໃນທົ່ວປະເທດ ພວມໄດ້ເຂົ້າຮ່ວມການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ ເນື່ອງໃນໂອກາດວັນບຸນໄຫວ້ພະຈັນ 2025.
ຕອນຄ່ຳວັນທີ 04 ຕຸລາ, ທ່ານນາງ ຫງວຽນທິແທັງ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເຂົ້າຮ່ວມລາຍການບຸນໄຫວ້ພະຈັນໃຫ້ສຳລັບນ້ອງຄ່ຳຄືນວັນບຸນໄຫ້ວພະຈັນ “ໂຄມໄຟໄຕ້ແສງສະຫວ່າງຄວາມໄຝ່ຝັນ” ປີ 2025 ພ້ອມກັບເຍົາວະຊົນ, ອະນຸຊົນ ແລະ ປະຊາຊົນແຂວງ ທ້າຍງວຽນ. ລາຍການໄດ້ເຊື່ອມຕໍ່ທາງໄກກັບບັນດາແຂວງ ລາວກາຍ, ລ້າງເຊີນ, ດ້ຽນບຽນ, ຮ່າຕິ້ງ, ດ່ານັ້ງ, ຢາລາຍ, ໄຕນິງ, ອາຢາງ, ດົ່ງນາຍ, ເກິນເທີ, ກ່າເມົາ… ຢູ່ສະຖານທີ່ຫຼັກການເຊື່ອມຕໍ່ທາງໄກ ທາຍງວຽນ, ວັນບຸນໄດ້ຈັດຂຶ້ນຢ່າງຟົດຟື້ນດ້ວຍລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ, ພ້ອມກັນການເຂົ້າຮ່ວມບັນດາການລະຫຼີ້ນພື້ນເມືອງ… ພິເສດ, ຄະນະຈັດວັນບຸນໄດ້ມອບຂອງຂວັນນັບຮ້ອຍພູດໃຫ້ເດັກຜູ້ປະສົບກັບຄວາມຫຍຸ້ງຍາກ, ປະກອບສ່ວນນຳມາເຊິ່ງຄວາມເບີກບານມ່ວນຊື່ນໃຫ້ແກ່ພວກນ້ອງ.
    |
 |
ທ່ານນາງ ຫງວຽນທິແທັງ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ມອບຂອງຂວັນໃຫ້ເດັກ. ພາບ: daibieunhandan.vn |
ໃນບັນຍາກາດວັນບຸນໄຫວ້ພະຈັນທີ່ຟົດຟື້ນ, ຕອນຄ່ຳວັນທີ 04 ຕຸລາ, ຢູ່ບັນດາເກາະ ເຈື່ອງຊາ, ເກາະ ຊອງຕືໄຕ, ເກາະ ຊິງໂຕ່ນ ແລະ ເກາະ ດາໄຕ (ຂຶ້ນກັບເຂດພິເສດ ເຈື່ອງຊາ, ແຂວງ ແຄງຮ່ວາ), ພະນັກງານ, ທະຫານນັກຮົບກອງພົນນ້ອຍ 146, ທະຫານເຮືອເຂດ 4 ພ້ອມກັບອຳນາດການປົກຄອງເຂດພິເສດ ເຈືື່ອງຊາ ກໍ່ໄດ້ຈັດ “ຄ່ຳຄືນໄຫວ້ພະຈັນ” ໃຫ້ບັນດາເດັກນ້ອຍຢູ່ເຂດເກາະທີ່ຫ່າງໄກ.
ແຫຼ່ງຕຄັດຈາກ; vovworld.vn