ວັນທີ 4 ທັນວາ, UNESCO ໄດ້ປະກາດເອົາ 72 ນະຄອນ ຂອງ 46 ປະເທດ ໄດ້ຮັບຮູ້ແມ່ນສະມາຊິກເຄືອຂ່າຍບັນດານະຄອນ ຮ່ຳຮຽນທົ່ວໂລກຂອງ UNESCO ເປັນທາງການ, ໃນນັ້ນມີນະຄອນຫຼວງຮ່າໂນ້ຍ ຂອງ ຫວຽດນາມ.

leftcenterrightdel
ພາບປະກອບ: vov.vn

ນາມມະຍົດນີ້ແມ່ນການຢັ້ງຢືນຂອງປະຊາຄົມສາກົນ ຕໍ່ກັບບັນດາຄວາມມານະພະຍາຍາມທີ່ໝັ້ນໜຽວ, ມີຫົວຄິດປະດິດສ້າງຂອງນະຄອນຮ່າໂນ້ຍ ໃນການສ້າງສັງຄົມແຫ່ງການຮ່ຳຮຽນທີ່ຮອບດ້ານ ເຊິ່ງແມ່ນບ່ອນທີ່ປະຊາຊົນໝົດທຸກຄົນລ້ວນແຕ່ມີໂອກາດຮ່ຳຮຽນຕະຫຼອດຊີວິດ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມແບບຍືນຍົງ, ມີຫົວຄິດປະດິດສ້າງ ແລະກວມລວມ. ການເຂົ້າຮ່ວມເຄືອຂ່າຍບັນດານະຄອນຮ່ຳຮຽນທົ່ວໂລກ ຈະຊ່ວຍໃຫ້ນະຄອນຫຼວງຮ່າໂນ້ຍ ມີໂອກາດແລກປ່ຽນແນວຄວາມຄິດ, ພູມປັນຍາ ແລະ ບົດຮຽນປະສົບການດ້ວຍບັນດານະຄອນຮ່ຳຮຽນອື່ນໆໃນທົ່ວໂລກ ແລະ ກັບບັນດານັກຊ່ຽວຊານແຖວໜ້າໂລກກ່ຽວກັບການສຶກສາຕື່ມອີກ.

ໂດຍ: ກວຽດເຕິມ