ໂຮ້ຍອານ ສືບຕໍ່ແມ່ນໜຶ່ງໃນບັນດາຈຸດນັດພົບແຖວໜ້າຂອງຂະແໜງທ່ອງທ່ຽວຫວຽດນາມ ແລະໂລກ
ໂຮ້ຍອານ ສືບຕໍ່ແມ່ນໜຶ່ງໃນບັນດາຈຸດນັດພົບແຖວໜ້າຂອງຂະແໜງທ່ອງທ່ຽວຫວຽດນາມ ແລະ ໂລກ. ນັບແຕ່ປີ 2012 ມາຮອດປັດຈຸບັນ, ໂຮ້ຍອານ ໄດ້ຮັບ 82 ນາມມະຍົດການທ່ອງທ່ຽວ ໂດຍບັນດາອົງການຈັດຕັ້ງສາກົນ ແລະ ພາຍໃນປະເທດ ຄັດເລືອກ.
ໄລຍະແຕ່ປີ 2012 – 2025, ຄຸ້ມເມືອງເກົ່າ ໂຮ້ຍອານ, ນະຄອນ ດ່າໜັງ ໄດ້ຮັບການລົງທຶນ 1.324.000 ກວ່າຕື້ດົ່ງ (ປະມານ 58 ລ້ານ USD) ເພື່ອວາງແຜນຜັງສັງລວມ, ອະນຸລັກຮັກສາ, ບູລະນະປະຕິສັງຂອນ, ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳໂລກ ຕິດພັນກັບການທ່ອງທ່ຽວ. “ໂຮ້ຍອານ ແມ່ນຮູບແບບທີ່ດີເດັ່ນກ່ຽວກັບເມືອງທ່າກ່ຳປັ່ນອາຊີ ມີມາແຕ່ດົນນານ ເຊິ່ງໄດ້ຮັບການອະນຸລັກຮັກສາເປັນຢ່າງດີ”. ນີ້ແມ່ນຂໍ້ມູນທີ່ໄດ້ຍົກອອກມາໃນກອງປະຊຸມສະຫຼຸບແຜນຜັງລົງທຶນອະນຸລັກຮັກສາ, ບູລະນະປະຕິສັງຂອນສັງລວມ ແລະເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳໂລກ ຄຸ້ມເມືອງເກົ່າ ໂຮ້ຍອານ ຕິດພັນກັບການພັດທະນາການທ່ອງທ່ຽວ ໄລຍະ 2012 – 2025 ໂດຍ ຄະນະກຳມະການປະຊາຊົນນະຄອນ ດ່າໜັງ ຈັດຂຶ້ນໃນຕອນເຊົ້າວັນທີ 20 ຕຸລາ, ຢູ່ຄຸ້ມເມືອງ ເກົ່າ ໂຮ້ຍອານ.
    |
 |
ໂຮ້ຍອານ ແມ່ນຮູບແບບທີ່ດີເດັ່ນກ່ຽວກັບເມືອງທ່າກ່ຳປັ່ນ ອາຊີ ມີມາແຕ່ດົນນານ ເຊິ່ງໄດ້ຮັບການອະນຸລັກຮັກສາເປັນຢ່າງດີ. ພາບ: ສໍານັກຂ່າວສານຫວຽດນາມ |
ມໍລະດົກວັດທະນະທຳໂລກຄຸ້ມເມືອງເກົ່າ ໂຮ້ຍອານ ແມ່ນຄວາມເອກອ້າງທະນົງໃຈຂອງຫວຽດນາມ ໃນແຜນທີ່ມໍລະດົກໂລກ. ໂຮ້ຍອານ ໄດ້ຮັບການຮັບຮອງວ່າ ເປັນມໍລະດົກວັດທະນະທຳ ຈາກອົງການ UNESCO ເມື່ອປີ 1999.
ໂຮ້ຍອານ ສືບຕໍ່ແມ່ນໜຶ່ງໃນບັນດາຈຸດນັດພົບແຖວໜ້າຂອງຂະແໜງທ່ອງທ່ຽວຫວຽດນາມ ແລະ ໂລກ. ນັບແຕ່ປີ 2012 ມາຮອດປັດຈຸບັນ, ໂຮ້ຍອານ ໄດ້ຮັບ 82 ນາມມະຍົດການທ່ອງທ່ຽວ ໂດຍບັນດາອົງການຈັດຕັ້ງສາກົນ ແລະ ພາຍໃນປະເທດ ຄັດເລືອກ.
ແຫຼ່ງຄັດຈາກ vovoworld.vn