ການທ່ອງທ່ຽວຫວຽດນາມ ກາຍເປັນຈຸດພົ້ນເດັ່ນດ້ວຍລະດັບເຕີບໂຕຂອງນັກທ່ອງທ່ຽວສາກົນສູງສຸດຢູ່ພາກພື້ນອາຊີ - ປາຊີຟິກ ໃນໄຕມາດທີ 1 ປີ 2025 - ເພີ່ມຂຶ້ນ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024 ແລະຢືນອັນດັບທີ 2 ໃນດ້ານການຟື້ນຟູຂອງນັກທ່ອງທ່ຽວສາກົນ (ເພີ່ມຂຶ້ນ 34% ເມື່ອທຽບໃສ່ໄຕມາດ 1 ປີ 2019).

ຄິດໄລ່ທົ່ວໂລກ, ຫວຽດນາມ ຢືນອັນດັບທີ 6 ກ່ຽວກັບລະດັບເຕີບໂຕຂອງນັກທ່ອງທ່ຽວສາກົນ (ເພີ່ມຂຶ້ນ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024) ແລະຢືນອັນດັບທີ 4 ກ່ຽວກັບລະດັບເພີ່ມຂຶ້ນຂອງຍອດລາຍຮັບທີ່ໄດ້ຈາກການທ່ອງທ່ຽວ (ເພີ່ມຂຶ້ນ 29% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ).

ນີ້ແມ່ນຂໍ້ມູນຈາກ World Tourism Barometer ສະບັບໃໝ່ລ້າສຸດຂອງອົງການທ່ອງທ່ຽວສະຫະປະຊາຊາດ (UN Tourism) ປະກາດ. ສິ່ງທີ່ໜ້າສົນໃຈນັ້ນແມ່ນ ຫວຽດນາມ ຢືນອັນດັບທີ 6 ກ່ຽວກັບລະດັບເຕີບໂຕຂອງນັກທ່ອງທ່ຽວສາກົນທີ່ມາຢ້ຽມຢາມໃນໄລຍະຜ່ານມາ.

leftcenterrightdel
ພາບປະກອບຄັດຈາກ Vietnam+

ໃນສະພາບການອາຊີ - ປາຊີຟິກ ສືບຕໍ່ປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງນັ້ນ ກໍ່ຍັງຄົງຊອກຫາວິທີຟື້ນຟູພາຍຫຼັງ ພະຍາດ-19, ລະດັບເຕີບໂຕທີ່ໜ້າປະທັບໃຈຂອງຂະແໜງທ່ອງທ່ຽວຫວຽດນາມ ໄດ້ຮັບການຕີລາຄາວ່າແມ່ນຈຸດພົ້ນເດັ່ນໃນພາກພື້ນ.

ຄວາມສໍາເລັດຂອງຂະແໜງທ່ອງທ່ຽວຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມມານະພະຍາຍາມລວມທັງໝົດຂອງຂະແໜງທີ່ໄດ້ຜັນຂະຫຍາຍບັນດາມາດຕະການຢ່າງຄົບຊຸດ, ນັບແຕ່ການເປັນເສນາທິການໃຫ້ແກ່ການສ້າງນະໂຍບາຍ, ສົ່ງເສີມການໂຄສະນາ, ຜັນຂະຫຍາຍໂຄງການກະຕຸ້ນການທ່ອງທ່ຽວ, ພັດທະນາຜະລິດຕະພັນຫຼາຍຮູບຫຼາຍແບບ...

ພິເສດແມ່ນໄດ້ຮັບຄວາມເອົາໃຈໃສ່ຂອງລັດຖະບານ, ທ່ານນາຍົກລັດຖະມົນຕີ ໄດ້ປະກາດໃຊ້ເອກະສານຫຼາຍສະບັບ ເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກ, ອຳນວຍຄວາມສະດວກໃຫ້ແກ່ການທ່ອງທ່ຽວ, ໃນນັ້ນມີນະໂຍບາຍວີຊາແບບເປີດໄດ້ປະກອບສ່ວນສຳຄັນເຂົ້າໃນການສ້າງເງື່ອນໄຂດຶງດູດນັກທ່ອງທ່ຽວສາກົນເຂົ້າມາທ່ຽວຢູ່ຫວຽດນາມ ນັບມື້ນັບເປັນຈໍານວນຫຼວງຫຼາຍ.

ອີງຕາມບົດລາຍງານຂອງ UN Tourism, ໃນໄຕມາດທີ 1 ປີ 2025, ມີນັກທ່ອງທ່ຽວສາກົນທົ່ວໂລກຫຼາຍກວ່າ 300 ລ້ານເທື່ອຄົນ, ເພີ່ມຂຶ້ນ 14 ລ້ານເທື່ອຄົນເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024 (ເພີ່ມຂຶ້ນ 5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແລະ 3% ເມື່ອທຽບໃສ່ປີ 2019). ນີ້ແມ່ນການເຕີບໂຕຢ່າງແຂງແຮງຂອງການທ່ອງທ່ຽວໂລກເຖິງວ່າຈະເກີດຄວາມບໍ່ໝັ້ນຄົງ, ຄວາມເຄັ່ງຕຶງທາງດ້ານພູມສາດການເມືອງ ກໍ່ຄືອັດຕາເງິນເຟີ້ຖີບຂຶ້ນສູງສົ່ງຜົນກະທົບຕໍ່ຄ່າບໍລິການການທ່ອງທ່ຽວ.

ທ່ານ Zurab Pololikashvili, ເລຂາທິການໃຫຍ່ UN Tourism ໃຫ້ຮູ້ວ່າ: "ຢູ່ທົ່ວທຸກແຫ່ງຫົນໃນໂລກ, ການທ່ອງທ່ຽວລ້ວນແຕ່ຢືນຢັນບົດບາດເປັນຂະແໜງການບໍລິການທີ່ມີຄວາມສຳຄັນ, ໜູນຊ່ວຍຜູ້ອອກແຮງງານຫຼາຍລ້ານຄົນ ແລະວິສາຫະກິດຫຼາຍແຫ່ງ. ໝາກຜົນການເຕີບໂຕຢ່າງລຽນຕິດກ່ຽວກັບຈໍານວນນັກທ່ອງທ່ຽວສາກົນ ແລະການເພີ່ມຂຶ້ນກ່ຽວກັບການໃຊ້ຈ່າຍຂອງນັກທ່ອງທ່ຽວຢູ່ສະຖານທີ່ທ່ອງທ່ຽວຫຼາຍແຫ່ງໄດ້ສະແດງໃຫ້ເຫັນວ່າ ຂະແໜງທ່ອງທ່ຽວມີການຟື້ນຟູຢ່າງແຂງແຮງໃນສະພາບທີ່ຍັງມີຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ”.

ເມື່ອຄິດໄລ່ຕາມພາກພື້ນແລ້ວ, ເອີລົບ ແມ່ນສະຖານທີ່ທ່ອງທ່ຽວໃຫຍ່ທີ່ສຸດຂອງໂລກ, ຕ້ອນຮັບນັກທ່ອງທ່ຽວສາກົນ 125 ລ້ານຄົນໃນ 3 ເດືອນຕົ້ນປີ 2025 (ເພີ່ມຂຶ້ນ 2% ເມື່ອທຽບໃສ່ກັບໄລຍະດຽວກັນໃນປີ 2024). ອາຊີ-ປາຊີຟິກ ເຕີບໂຕສູງສຸດ ແມ່ນ 12%, ອາຟຣິກາ ເພີ່ມຂຶ້ນ 9%, ທະວີບອາເມລິກາ ເພີ່ມຂຶ້ນ 2%, ຕາເວັນອອກກາງ ເພີ່ມຂຶ້ນ 1%.

ເມື່ອປຽບທຽບໃສ່ກັບເວລາ ຍັງບໍ່ທັນເກີດພະຍາດໂຄວິດ-19, ຕາເວັນອອກກາງ ໄດ້ຟື້ນຕົວດີທີ່ສຸດແມ່ນ 144%, ຕໍ່ມາແມ່ນອາຟຣິກາ ບັນລຸ 144%, ເອີລົບ ບັນລຸ 105%, ທະວີບອາເມລິກາ ບັນລຸ 103%. ອາຊີ-ປາຊີຟິກ ຍັງພວມຢູ່ໃນໄລຍະຟື້ນຢູ, ບັນລຸ 91%.

ຄຽງຂ້າງນັ້ນ, ຂໍ້ມູນການໃຊ້ຈ່າຍຂອງນັກທ່ອງທ່ຽວຢູ່ຕາມສະຖານທີ່ທ່ອງທ່ຽວຕ່າງໆໄດ້ສະແດງໃຫ້ເຫັນວ່າ ຍອດລາຍຮັບທີ່ໄດ້ຈາກການທ່ອງທ່ຽວສາກົນບັນລຸເຖິງ 1,7 ພັນຕື້ໂດລາໃນປີ 2024 (ເພີ່ມຂຶ້ນ 15% ເມື່ອທຽບໃສ່ປີ 2019). ການເພີ່ມຂຶ້ນນີ້ສ່ວນໜຶ່ງແມ່ນຍ້ອນການເພີ່ມຂຶ້ນຂອງການໃຊ້ຈ່າຍສະເລ່ຍຕໍ່ການເດີນທາງແຕ່ລະຄັ້ງເພີ່ມຂຶ້ນ, ບັນລຸ 1.170 ໂດລາສະຫະລັດ, ສູງກວ່າຄ່າສະເລ່ຍ 1.000 ໂດລາສະຫະລັດ ກ່ອນການເກີດພະຍາດ ໂຄວິດ-19.

ໂດຍບໍ່ຫົວຊາຕໍ່ສິ່ງທ້າທາຍ ແລະແງ່ຫວັງ, ອົງການ UN Tourism ຍັງບໍ່ທັນປ່ຽນແປງການຄາດຄະເນລະດັບເຕີບໂຕແຕ່ 3% ຫາ 5% ໃນປີ 2025, ຍ້ອນມີສັນຍານທີ່ຕັ້ງໜ້າຈາກບັນດາປະເທດຕ່າງໆ ເປັນຕົ້ນແມ່ນ ຫວຽດນາມ.

ໂດຍ: ຈາງຫງວຽນ