ຜູ້ອຳນວຍການສູນມໍລະດົກໂລກຂອງ UNESCO ຢ້ຽມຢາມອ່າວ ຮະລອງ
ກປ.ອອນໄລ - ວັນທີ 23 ພຶດສະພາ, ທ່ານ Lazare Eloundou Assomo ຜູ້ອຳນວຍການສູນມໍລະດົກໂລກຂອງອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ຂອງ ສປຊ ໄດ້ມີການສຳຫຼວດຕົວຈິງຢູ່ມໍລະດົກທຳມະຊາດໂລກ ອ່າວ ຮະລອງ - ເກາະ ກາດບ່າ ແລະ ເຮັດວຽກກັບແຂວງ ກວາງນິງ.