ພັດທະນາການທ່ອງທ່ຽວ Halal ຢູ່ຮ່າໂນ້ຍ-ຫວຽດນາມ
ກປ.ອອນໄລ - ຕອນເຊົ້າວັນທີ 1 ມິຖຸນາ, ທີ່ພະລາຊະວັງທັງລອງ (ຮ່າໂນ້ຍ) ໄດ້ດໍາເນີນການໂອ້ລົມສົນທະນາ “ພັດທະນາການທ່ອງທ່ຽວ Halal ຢູ່ຮ່າໂນ້ຍ-ຫວຽດນາມ”.
ການໂອ້ລົມສົນທະນາໂດຍພະແນກທ່ອງທ່ຽວຮ່າໂນ້ຍ ຈັດຕັ້ງໃນຂອບເຂດງານບຸນທ່ອງທ່ຽວຮ່າໂນ້ຍ 2025.
ກ່າວຄໍາເຫັນໄຂການໂອ້ລົມສົນທະນາ, ທ່ານ ເຈິ່ນຈູງຮ້ຽວ ຮອງຫົວໜ້າພະແນກທ່ອງທ່ຽວຮ່າໂນ້ຍ ໃຫ້ຮູ້ວ່າ: “ການໂອ້ລົມສົນທະນາແມ່ນໂອກາດເພື່ອພ້ອມກັນແບ່ງປັນຂໍ້ມູນຂ່າວສານ, ບົດຮຽນ, ເພື່ອສະເໜີແນະບັນດາມາດຕະການທີ່ແທດຈິງເພື່ອສ້າງລະບົບນິເວດທ່ອງທ່ຽວເປັນມິດກັບແຂກທ່ອງທ່ຽວສາສະໜາອິດສະລາມຢູ່ຮ່າໂນ້ຍ ເວົ້າສະເພາະ, ຫວຽດນາມ ເວົ້າລວມ. ພວກຂ້າພະເຈົ້າປາດຖະໜາຢາກຮັບຟັງຄໍາຄິດເຫັນອັນລໍ້າຄ່າຈາກບັນດາອົງການ, ຈັດຕັ້ງຮັບຮອງ Halal, ບັນດາວິສາຫະກິດ, ນັກຊ່ຽວຊານ ແລະຄູ່ຮ່ວມມື, ເພື່ອນັບມື້ນັບສ້າງແຜນນະໂຍບາຍໜູນຊ່ວຍ, ພັດທະນາຜະລິດຕະພັນສອດຄ່ອງ, ສ້າງພື້ນຖານໜັກແໜ້ນເພື່ອດຶງດູດ ແລະຮັບໃຊ້ແຂກ Halal ເປັນຢ່າງດີ. ດ້ວຍຈິດໃຈຮ່ວມມື, ເປີດເຜີຍ... ພະແນກທ່ອງທ່ຽວຮ່າໂນ້ຍ ໃຫ້ຄໍາໝັ້ນສັນຍາວ່າຈະຮ່ວມເດີນທາງກັບຝ່າຍຕ່າງໆທີ່ກ່ຽວຂ້ອງໃນການຊຸກຍູ້ການພັດທະນາທ່ອງທ່ຽວ Halal ຢ່າງມີແບບມີແຜນ ແລະໝັ້ນຄົງ...”.
    |
 |
ຜູ້ແທນເຂົ້າຮ່ວມການໂອ້ລົມສົນທະນາ. ພາບ: qdnd.vn |
ກ່າວຄໍາເຫັນທີ່ການໂອ້ລົມສົນທະນາ, ທ່ານ Mieu Abbas, ປະທານ Halal ຫວຽດນາມ ຖືວ່າ: “ພວກຂ້າພະເຈົ້າບໍ່ຖື Halal ແມ່ນການເລຶອກເຟັ້ນສໍາຮອງເທົ່ານັ້ນ, ຫາກແມ່ນໂອກາດຍຸດທະສາດເພື່ອໃຫ້ຫວຽດນາມ ຢັ້ງຢືນທີ່ຕັ້ງໃນຕະຫຼາດສາກົນ-ດ້ວຍຄຸນນະພາບ, ຄຸນສົມບັດ ແລະກະກຽມຢ່າງມີແບບມີແຜນ”.
ທ່ານ Mieu Abbas ສະເໜີ: “ຮ່າໂນ້ຍ ຕ້ອງສົມທົບກັນສ້າງປະມວນແນະນໍາ Halal ສະຫງວນສະເພາະໃຫ້ຂົງເຂດທ່ອງທ່ຽວ-ການບໍລິຫານ; ຈັດຕັ້ງບັນດາຊຸດບໍາລຸງສ້າງ-ໃຫ້ຄໍາປຶກສາປະຈໍາເດືອນເພື່ອຍົກສູງຄວາມສາມາດຜັນຂະຫຍາຍຂອງວິສາຫະກິດ; ສ້າງສູນແນະນໍາ ແລະສົ່ງເສີມການທ່ອງທ່ຽວ Halal ຮ່າໂນ້ຍ-ຈຸດເຊື່ອມຕໍ່ກັບຕະຫຼາດ Muslim ສາກົນ; ນໍາຮ່າໂນ້ຍ ເຂົ້າແຜນທີ່ທ່ອງທ່ຽວທົ່ວໂລກໂດຍ Halal ຫວຽດນາມ ສະເໜີ ແລະພັດທະນາ”.
ໂດຍ: ໄຊນີດາ