leftcenterrightdel
ດ່ານັ້ງ ຫວັງວ່າ ຈະຕ້ອນຮັບຈຳນວນແຂກທ່ອງທ່ຽວມາຢ້ຽມຢາມເພີ່ມຂຶ້ນແຕ່ 12% – 15% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ພາບ: vov.vn

ງານບຸນ “ຮັບຊົມດ່ານັ້ງ 2025” ຈະຈັດຂຶ້ນແຕ່ວັນທີ 19 – 23 ມິຖຸນາ, ດ້ວຍ 12 ການເຄື່ອນໄຫວວັດທະນະທຳ, ກິລາ, ທ່ອງທ່ຽວ, ບັນເທິງ, ອາຫານການກິນ. ຈຸດພົ້ນເດັ່ນແມ່ນ “ເຂດຮ້ານອາຫານການກິນດ້ວຍລົດຊາດລະດູຮ້ອນ ດ່ານັ້ງ” ຈັດຂຶ້ນແຕ່ວັນທີ 19 – 23 ມິຖຸນາ, ດ້ວຍຮ້ານອາຫານກວ່າ 60 ຮ້ານ. ມີການເຄື່ອນໄຫວອື່ນອີກຂອງງານບຸນແມ່ນ “ການສະແດງວ່າວສິລະປະ - ສີສັນທາງອາກາດ”, ດ້ວຍວ່າວສ້າງເປັນຮູບສັດທະເລກວ່າ 100 ອັນ. ທ່ານ ຕານວັນເວືອງ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະທ່ອງທ່ຽວນະຄອນ ດ່ານັ້ງ, ໃຫ້ຮູ້ວ່າ: “ງານບຸນນີ້, ພ້ອມກັບບັນດາເຫດການທີ່ໄດ້ຈັດຂຶ້ນແຕ່ທ້າຍເດືອນ ພຶດສະພາ ຮອດເດືອນ ສິງຫາ 2025, ນະຄອນ ດ່ານັ້ງ ຫວັງວ່າ ຈະຕ້ອນຮັບຈຳນວນແຂກທ່ອງທ່ຽວມາຢ້ຽມຢາມເພີ່ມຂຶ້ນແຕ່ 12% – 15% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ຜ່ານການຈັດຫຼາຍເຫດການລະດັບນະຄອນ, ລະດັບຊາດ ແລະ ສາກົນ, ຫວັງວ່າ ຈະດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະຕ່າງປະເທດສືບຕໍ່ມາຢ້ຽມຢາມນະຄອນ ດ່ານັ້ງ”.

ໂດຍ: ກວຽດເຕິມ