ຫວຽດນາມ ຕ້ອນຮັບນັກທ່ອງທ່ຽວສາກົນ 9,2 ກວ່າລ້ານເທື່ອຄົນ ໃນ 5 ເດືອນຕົ້ນປີ 2025
ກປ.ອອນໄລ - ຕາມຕົວເລກສະຖິຕິຂອງກົມທ່ອງທ່ຽວແຫ່ງຊາດຫວຽດນາມ, ໃນ 5 ເດືອນຕົ້ນປີ 2025, ການທ່ອງທ່ຽວຫວຽດນາມ ສືບຕໍ່ມີສັນຍານເຕີບໂຕຢ່າງຕັ້ງໜ້າ, ດ້ວຍນັກທ່ອງທ່ຽວສາກົນ 9,2 ກວ່າລ້ານເທື່ອຄົນ, ເພີ່ມຂຶ້ນ 21,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ໃນຍອດຈຳນວນນັກທ່ອງທ່ຽວສາກົນທີ່ມາຢ້ຽມຢາມຫວຽດນາມ ໄດ້ມີ 85,2% ແມ່ນມາທາງອາກາດ - ເສັ້ນທາງຄົມມະນາຄົມຕົ້ນຕໍຂອງແຂກສາກົນ; 12,9% ມາທາງບົກ; 1,9% ທາງທະເລ.
ເຖິງວ່າມີຝັ່ງທະເລຍາວ ແລະລະບົບທ່າກຳປັ່ນທະເລທີ່ອຸດົມສົມບູນກໍ່ຕາມ, ແຕ່ຈຳນວນນັກທ່ອງທ່ຽວສາກົນທີ່ມາທາງທະເລຍັງຢູ່ລະດັບຕໍ່າ, ສະແດງໃຫ້ເຫັນວ່າ ຄວາມສາມາດບົ່ມຊ້ອນຂອງນັກທ່ອງທ່ຽວທີ່ມາທາງທະເລຂອງຫວຽດນາມ ຍັງມີຫຼາຍຢ່າງ.
    |
 |
ນັກທ່ອງທ່ຽວຕ່າງປະເທດມັກຖ່າຍຮູບຢູ່ຂົວຄໍາ (ດ່ານັ້ງ). ພາບ: ສໍານັກຂ່າວສານຫວຽດນາມ |
ຕາມສະຖິຕິໃນເດືອນພຶດສະພາປີ 2025, ທົ່ວປະເທດໄດ້ຕ້ອນຮັບນັກທ່ອງທ່ຽວສາກົນ 1,53 ລ້ານເທື່ອຄົນ, ເພີ່ມຂຶ້ນ 10,5% ເມື່ອທຽບໃສ່ເດືອນກ່ອນ. ຕາມບັນດາອົງການທ່ອງທ່ຽວແລ້ວ, ເມື່ອທຽບໃສ່ເດືອນ ເມສາ ປີ 2025, ນີ້ບໍ່ແມ່ນຕົວເລກທີ່ຕ່ຳ, ເພາະວ່າຈຸດເວລານີ້ມໍ່ແມ່ນເວລາທີ່ມີນັກທ່ອງທ່ຽວສາກົນຫຼາຍທີ່ສຸດ.
ນັກທ່ອງທ່ຽວພາຍໃນປະເທດໃນເດືອນ ພຶດສະພາ ປີ 2025 ບັນລຸ 14 ລ້ານເທື່ອຄົນ, ໃນນັ້ນມີ 9 ລ້ານຄົນພັກຄືນ.
ຕາມບົດລາຍງານ, ລາຍຮັບການທ່ອງທ່ຽວໃນ 5 ເດືອນຕົ້ນປີ 2025 ບັນລຸປະມານ 38.400 ຕື້ດົ່ງ, ເພີ່ມຂຶ້ນ 24,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ບາງທ້ອງຖິ່ນມີລາຍຮັບເພີ່ມຂຶ້ນ ໃນ 5 ເດືອນຕົ້ນປີ ລວມມີ: ນະຄອນໂຮ່ຈີມິນ (+30,4%, ດົ່ງນາຍ +29,1%, ລາວກາຍ +24,4%, ຮ່າໂນ້ຍ +22,0%, ດ່ານັ້ງ +19,9%).
ຕາມຂໍ້ມູນຂ່າວສານຈາກ Agoda, ຫວຽດນາມ ຢືນອັນດັບທີ 5 ໃນບັນຊີລາຍຊື່ບັນດາປະເທດອາຊີທີ່ນັກທ່ອງທ່ຽວເອີລົບ ຊອກຫາຫຼາຍທີ່ສຸດໃນລະດູຮ້ອນປີ 2025, ຕໍ່ຈາກນັ້ນແມ່ນ ມາເລເຊຍ, ຍີ່ປຸ່ນ, ອິນໂດເນເຊຍ ແລະໄທ. ບັນຊີລາຍຊື່ແມ່ນອີງໃສ່ການຊອກຫາບ່ອນທີ່ພັກໃນເດືອນເມສາ 2025 ສໍາລັບການພັກຜ່ອນ ແຕ່ເດືອນກໍລະກົດ ຫາເດືອນສິງຫາ.
ໂດຍ: ຈາງຫງວຽນ