ງານບຸນ ເຈົ້າແມ່ກວນອີນ ງູແຮງເຊີນ 2025 ຈະຈັດຂຶ້ນແຕ່ວັນທີ 16 – 19 ມີນາ
ໃນຂອບເຂດງານບຸນປີນີ້ ຈະມີພິທີໄຫວ້ບູຊາຍາມລະດູບານໃໝ່ພາວະນາໃຫ້ປະເທດຊາດມີຄວາມສະຫງົບ, ປະຊາຊົນຢູ່ເຢັນເປັນສຸກ.
    |
 |
ງານບຸນ ເຈົ້າແມ່ກວມອີນ ງູແຮງເຊີນ. ພາບ: vovworld.vn |
ງານບຸນ ເຈົ້າແມ່ກວມອີນ ງູແຮງເຊີນ (ນະຄອນ ດ່ານັ້ງ) ປີ 2025 ຈະຈັດຂຶ້ນແຕ່ວັນທີ 16 – 19 ມີນາ, ດ້ວຍການເຄື່ອນໄຫວດ້ານວັດທະນະທຳ, ສະແດງສິລະປະ, ກິລາ, ການເຫຼື້ອມໄຊເຊື່ອຖື, ສາສະໜາກວ່າ 40 ຢ່າງ.
ໃນຂອບເຂດງານບຸນປີນີ້ ຈະມີພິທີໄຫວ້ບູຊາຍາມລະດູບານໃໝ່ພາວະນາໃຫ້ປະເທດຊາດມີຄວາມສະຫງົບ, ປະຊາຊົນຢູ່ເຢັນເປັນສຸກ; ງານວາງສະແດງ, ສະຫຼຸບ ແລະ ມອບລາງວັນການເສັງພາບຖ່າຍສິລະປະ ດ້ວຍຫົວຂໍ້ “ເຈົ້າແມ່ກວມອີນ - ລະດູງານບຸນ”; ໄຂງານວາງສະແດງວິຈິດສິນ… ທ່ານ ຕະຕື້ບິ່ງ, ຮອງປະທານຄະນະກຳມະການປະຊາຊົນເມືອງ ຫງູແຮງເຊີນ, ຮອງຫົວໜ້າຄະນະຈັດງານບຸນໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າສືບຕໍ່ຮັກສາ ແລະພັດທະນາລັກສະນະສີວິໄລຂອງງານບຸນວັດທະນະທຳ, ປະຫວັດສາດໃຫ້ຫຼາຍກວ່າອີກ. ນີ້ແມ່ນໜຶ່ງໃນບັນດາເນື້ອໃນປະກອບສ່ວນເຂົ້າໃນການພັດທະນາງານບຸນປະເພນີໃນພື້ນຖານສືບຕໍ່ອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າຂອງຮ່ອງຮ້ອຍປະຫວັດສາດ, ໃນນັ້ນມີຮ່ອງຮອຍ ຫງູແຮງເຊີນ, ນະຄອນ ດ່ານັ້ງ”.
ແຫຼ່ງຄັດຈາກ vovworld.vn