ໜັງສືພິມ Independent ພັນລະນາວ່າ ນະຄອນໂຮ່ຈີມິນ, ຮ່າໂນ້ຍ ແລະດ່າໜັງ ແມ່ນສະຖານທີ່ທີ່ດູດດື່ມທີ່ສຸດສຳລັບຜູ້ທີ່ຢາກຄົ້ນຫາບັນດານະຄອນ, ສ່ວນ ໂຮ້ຍອານ (ແຂວງກວາງນາມ) ໄດ້ຮັບຖືວ່າແມ່ນ “Venice ຂອງຫວຽດນາມ” ຍ້ອນມີຄອງນ້ຳ, ແມ່ນ້ຳໄຫຼອອກທະເລ  ແລະຄຸ້ມຖະໜົນເກົ່າດ້ວຍບັນດາຮ້ານສິນຄ້າໃນເຮືອນໄມ້ ສະຫຼັບຕຶກອາຄານທີ່ມີສະຖາປັດຕະຍະກຳແບບຝຣັ່ງ.

leftcenterrightdel
ຂົວຄໍາ ຢູ່ນະຄອນດ່າໜັງ. ພາບ: Daily Mail

The Independent ຍັງພັນລະນາ ອ່າວຮ້າລອງ ແມ່ນທັດສະນີຍະພາບທຳມະຊາດທີ່ມີຊື່ສຽງທີ່ສຸດຂອງຫວຽດນາມ. ນອກນັ້ນ, ຫວຽດນາມ ຍັງມີຫາດຊາຍທະເລ ຝູ໋ກວກ (ແຂວງກຽນຢາງ) ແລະ ກູ່ລາວຈາມ (ນະຄອນດ່າໜັງ) ດ້ວຍຄວາມງາມທີ່ແຕກຕ່າງກັນ. ບັນດາສະຖານທີ່ທ່ອງທ່ຽວທາງທຳມະຊາດອື່ນໆລວມມີ ຖ້ຳຟອງຍາ, ຖ້ຳເຊີນດ່ອງ (ແຂວງກວາງບິ່ງ), ພູ ຫງູ໋ແຮ່ງເຊີນ (ນະຄອນດ່າໜັງ) ແລະໜອງຊາຍໝຸ໋ຍແນ໊ (ແຂວງບິ່ງທ້ວນ).

ໜັງສືພິມ Independent ໃຫ້ຮູ້ວ່າຕື່ມອີກວ່າ ນອກຈາກທິວທັດທຳມະຊາດທີ່ສວຍງາມ, ປູຊະນີຍະສະຖານປະຫວັດສາດ, ວັດທະນະທຳທີ່ມີຄຸນຄ່າແລ້ວ, ຫວຽດນາມ ຍັງມີອາຫານທີ່ເປັນເອກະລັກສະເພາະ, ມີຄວາມດູດດື່ມ ແລະແຊບນົວ. ນັກທ່ອງທ່ຽວສາມາດຮັບປະທານອາຫານຫຼາຍເຍື່ອງທີ່ແຊບນົວ, ຫຼາກຫຼາຍ ແລະດຶງດູດໃຈ, ທີ່ເປັນເອກະລັກສະເພາະຂອງແຕ່ລະທ້ອງຖິ່ນ, ເຂດພາກທີ່ແຕກຕ່າງກັນ ເມື່ອມາທ່ອງທ່ຽວ ຢູ່ຫວຽດນາມ.

ໂດຍ: ທູຈາງ