ເຫດການດັ່ງກ່າວນອນໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ຍີ່ປຸ່ນ (21/9/1973 – 21/9/2023).

leftcenterrightdel
ເວທີຈັດຕັ້ງພິທີເປີດສັບປະດາວັດທະນະທຳ-ທ່ອງທ່ຽວ ຮ່ານາມ ປີ 2023. ພາບ: nhandan.vn

ຈຸດພົ້ນເດັ່ນຂອງສັບປະດາວັດທະນະທຳ-ທ່ອງທ່ຽວ ຮ່ານາມ ປີນີ້ແມ່ນພິທີເປີດງານຕິດພັນກັບລາຍການພົບປະແລກປ່ຽນ, ສະແດງສິລະປະພື້ນເມືອງລະຫວ່າງ ຫວຽດນາມ-ຍີ່ປຸ່ນ ດ້ວຍຫົວຂໍ້ “ຄວາມພາກພູມໃຈແມ່ນ້ຳລຳເຊ, ພູຜາປ່າໄມ້ ຮ່ານາມ” ແລະການສະແດງຈູດບັ້ງໄຟດອກຕ້ອນຮັບວັນບຸນຢູ່ເຂດທ່ອງທ່ຽວຕາມຈຸກ. ກ່ອນໜ້ານັ້ນ, ມີການປ່ອຍບອນລູນ. ໃນຕະຫຼອດເວລາທີ່ດໍາເນີນສັບປະດາວັດທະນະທຳ-ທ່ອງທ່ຽວ ຮ່ານາມ ປີ 2023, ຍັງມີ Festival ບອນລູນ  10 ໜ່ວຍ,  3 ໜ່ວຍບິນນີ້ຢູ່ກັບທີ່ ແລະ 2 ໜ່ວຍ ແມ່ນເພື່ອໃຫ້ນັກທ່ອງທ່ຽວໄດ້ສຳຜັດ. ຕອນເຊົ້າວັນທີ 14 ພຶດສະພາ, ພະແນກວັດທະນະທຳ, ກິລາ ແລະທ່ອງທ່ຽວແຂວງຮ່ານາມ ໄດ້ດຳເນີນລາຍການ “ທົ່ວປວງຊົນຝຶກຝົນຮ່າງກາຍຕາມແບບຢ່າງຂອງປະທານ ໂຮ່ຈີມິນ”; ເປີດການແຂ່ງຂັນ "ແລ່ນກັບ Sacombank ເພື່ອສຸຂະພາບຊຸມຊົນ"; ການແຂ່ງຂັນຊ່ວງເຮືອ ແລະການສະແດງສະກີນ້ຳ...

ໃນສັບປະດາວັດທະນະທຳ-ທ່ອງທ່ຽວ ຮ່ານາມ ປີນີ້, ຍັງມີການວາງສະແດງ “ຊັບສົມບັດຂອງຊາດ ແລະວັດຖຸບູຮານດີເດັ່ນຂອງແຂວງຮ່ານາມ”, ງານວາງສະແດງ “ຮູບປັ້ນພະພຸດທະຮູບຜ່ານຊຸດສະສົມຂອງຫໍພິພິທະພັນວິຈິດສິນຫວຽດນາມ”, ການໂອ້ລົມສົນທະນາກ່ຽວກັບວັດທະນະທຳໃນຄອບຄົວຫວຽດນາມ-ຍີ່ປຸ່ນ; ກອງປະຊຸມສົ່ງເສີມການລົງທຶນ ແລະພັດທະນາການທ່ອງທ່ຽວແຂວງຮ່ານາມ ດ້ວຍຫົວຂໍ້ “ຮ່ານາມ - ການເດີນທາງເຊື່ອມຕໍ່”…

ໂດຍ: ຈາງຫງວຽນ