ຮັກສາສີສັນວັດທະນະທຳ, ມູນເຊື້ອຂອງຊາດໃຫ້ຮຸ່ນໜຸ່ມຫວຽດນາມ ອາໄສຢູ່ການາດາ
ກປ.ອອນໄລ - ພິທີໄຫວ້ບູຊາ ເຈົ້າຊີວິດຮຸ່ງ ປີນີ້ໄດ້ດຶງດູດຊາວຫວຽດນາມ ອາໄສຢູ່ບັນດາແຂວງລັດພາກຕາເວັນອອກການາດາ 100 ກວ່າຄົນ ເຂົ້າຮ່ວມໂດຍກົງ ແລະຜູ້ຕາງໜ້າສະມາຄົມການາດາ - ຫວຽດນາມ ຢູ່ບັນດາແຂວງລັດຕ່າງໆໃນສະຫະພັນເປັນຈຳນວນຫຼວງຫຼາຍເຂົ້າຮ່ວມທາງອອນລາຍ.
ວັນທີ 23 ເມສາ, ສະຖານທູດຫວຽດນາມ ປະຈຳ Ottawa (ການາດາ) ໄດ້ຈັດຕັ້ງພິທີໄຫວ້ບູຊາ ເຈົ້າຊີວິດຮຸ່ງ ປີ 2023 ໃນບັນຍາກາດສະຫງ່າຜ່າເຜີຍ ແລະອົບອຸ່ນ, ປະກອບສ່ວນຮັກສາສີສັນວັດທະນະທໍາ ແລະສຶກສາມູນເຊື້ອຂອງຊາດໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ການາດາ.
    |
 |
ທ່ານ ຟ້າມກາວຟອງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ການາດາ ໂອ້ລົມກັບຊາວຫວຽດນາມ ອາໄສຢູ່ການາດາ ກ່ຽວກັບຄວາມໝາຍຂອງພິທີໄຫວ້ບູຊາ ເຈົ້າຊີວິດຮຸ່ງ. ພາບ: ສໍານັກຂ່າວສານຫວຽດນາມ |
ພິທີໄຫວ້ບູຊາ ເຈົ້າຊີວິດຮຸ່ງ ປີນີ້ໄດ້ດຶງດູດຊາວຫວຽດນາມ ອາໄສຢູ່ບັນດາແຂວງລັດພາກຕາເວັນອອກການາດາ 100 ກວ່າຄົນ ເຂົ້າຮ່ວມໂດຍກົງ ແລະຜູ້ຕາງໜ້າສະມາຄົມການາດາ - ຫວຽດນາມ ຢູ່ບັນດາແຂວງລັດຕ່າງໆໃນສະຫະພັນເປັນຈຳນວນຫຼວງຫຼາຍເຂົ້າຮ່ວມທາງອອນລາຍ.
ໃນໄລຍະຜ່ານມາ, ສະຖານທູດຫວຽດນາມ ປະຈຳການາດາ ຍາມໃດກໍ່ສວມບົດບາດເຊື່ອມຕໍ່ປະຊາຄົມຊາວຫວຽດນາມ ໃນທົ່ວປະເທດການາດາ, ຊ່ວຍເຫຼືອເຂົາເຈົ້າ, ບໍ່ວ່າຢູ່ໃນສະພາບການໃດກໍ່ຮ່ວມແຮງຮ່ວມໃຈມຸ່ງຫາບ້ານເກີດເມືອງນອນ.
ໂດຍ: ທະນາພອນ