ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວມຸ່ງໄປເຖິງເຫດການສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ແລະທ້ອນໂຮມປະເທດຊາດເປັນເອກະພາບ (30-4-1975 / 30-4-2025), ສະເຫຼີມສະຫຼອງວັນວັດທະນະທຳບັນດາເຜົ່າຫວຽດນາມ (19-4-2023) ແລະບຸນເຕັດ Chol Chnam Thmay ຂອງຊາວເຜົ່າຂະແມ.

leftcenterrightdel
ບັນດາທີມແຂ່ງຂັນຊ່ວງເຮືອຢູ່ລຳຄອງ ຍຽວລົກ. ພາບ: ຊວນເກື່ອງ

ເຂົ້າຮ່ວມບຸນຊ່ວງເຮືອມີ 9 ທີມ ທີ່ມາຈາກນະຄອນໂຮ່ຈີມິນ, ບິ່ງເຢືອງ, ໄຕນິງ, ບິ່ງເຟືອກ ແລະ ກຽນຢາງ. ພາຍຫຼັງການແຂ່ງຂັນຢ່າງຄຶກຄື້ນມ່ວນຊື່ນ, ດຸເດືອດເກືອບ 2 ຊົ່ວໂມງ, ລາງວັນທີ 1, 2 ແລະ 3 ລ້ວນແຕ່ເປັນຂອງທີມທີ່ມາຈາກແຂວງກຽນຢາງ ທັງໝົດ. ໃນຂອບເຂດຂອງບຸນຊ່ວງເຮືອຍັງມີລາຍການພົບປະແລກປ່ຽນວັດທະນະທຳ, ອາຫານການກິນ ແລະສະແດງສິລະປະດ້ວຍບັນດາບົດເພງທີ່ສະແດງໃຫ້ເຫັນນ້ຳໃຈມະຫາສາມັກຄີທັງຊາດ, ຊົມເຊີຍວັນໄຊຊະນະ 30 ເມສາ.

ໂດຍ: ທູຈາງ