leftcenterrightdel
ງານຕະຫຼາດນັດຢູ່ເຂດພູສູງ. ພາບ: ສໍານັກຂ່າວສານຫວຽດນາມ

ໃນນັ້ນ, ແຕ່ວັນທີ 14 - 19 ເມສາ ຈະດຳເນີນກິດຈະກຳຕ່າງໆເນື່ອງໃນໂອກາດ “ວັນວັດທະນະທຳບັນດາເຜົ່າຫວຽດນາມ 2023”. ແຕ່ວັນທີ 29 ເມສາ ຫາວັນທີ 3 ພຶດສະພາ ຈະມີກິດຈະກຳຕ່າງໆທີ່ກ່ຽວຂ້ອງເຖິງວັນໄຫວ້ເຈົ້າຊີວິດ ຮຸ່ງເວືອງ (ວັນທີ 10 ມີນາ ຕາມຈັນທະປະຕິທິນ) ແລະຈັດກິດຈະກຳດ້ວຍຫົວຂໍ້ວ່າ "ວັນບຸນທ້ອນໂຮມປະເທດຊາດເປັນເອກະພາບ". ຄະນະຈັດຕັ້ງຈະສ້າງຂົງເຂດສີສັນວັດທະນະທຳຂອງຊົນເຜົ່າທີ່ຢູ່ເຂດຕາເວັນຕົກສ່ຽງເໜືອ ແລະພາກຕາເວັນອອກສ່ຽງເໜືອ, ດ້ວຍຈຸດພົ້ນເດັ່ນແມ່ນເຂດວັດທະນະທຳຂອງຕະຫຼາດເຂດພູສູງດ້ວຍຫົວຂໍ້ “ສີສັນລາວກາຍ”. ນອກຈາກນີ້, ຫຼາຍຊົນເຜົ່າ ແລະທ້ອງຖິ່ນຍັງຈະແນະນຳງານບຸນປະເພນີ ແລະສ້າງຂົງເຂດວັດທະນະທຳໃຫ້ແຂກທ່ອງທ່ຽວ.

ໂດຍ: ໄຊນີດາ