leftcenterrightdel
ທ່ານ ຫງວຽນແມ້ງກວ່ຽນ ຮອງປະທານຄະນະກໍາມະການປະຊາຊົນນະຄອນຮ່າໂນ້ຍ ກ່າວຄໍາເຫັນໄຂງານບຸນ. ພາບ: qdnd.vn

ເຫດການເພື່ອແນໃສ່ຊຸກຍູ້ການເຄື່ອນໄຫວພົບປະແລກປ່ຽນ, ເຊີດຊູ ແລະເຊື່ອມຕໍ່ມໍລະດົກ, ພັດທະນາບັນດາຜະລິດຕະພັນທ່ອງທ່ຽວມຸ່ງໄປເຖິງນັກທ່ອງທ່ຽວ; ຜ່ານນັ້ນດຶງດູດນັກທ່ອງທ່ຽວພາຍໃນປະເທດ ແລະສາກົນມານະຄອນຫຼວງຮ່າໂນ້ຍ ແລະບັນດາທ້ອງຖິ່ນຮ່ວມສໍາພັນ... ພາຍໃຕ້ຫົວຂໍ້ “ເຊື່ອມຕໍ່ມໍລະດົກພັດທະນາການທ່ອງທ່ຽວ”, ງານບຸນທ່ອງທ່ຽວຮ່າໂນ້ຍ ປີ 2023 ຈັດຕັ້ງຮອດວັນທີ 26 ມີນາ ຢູ່ເຂດຖະໜົນຄົນຍ່າງໜອງຮວ່ານກຽມ.

ດ້ວຍຂອບຂະໜາດ ຮ້ານຂາຍສິນຄ້າ 150 ຮ້ານ ທີ່ມາຈາກ 14 ແຂວງ, ນະຄອນ, ງານບຸນມີຫຼາຍການເຄື່ອນໄຫວ, ຄື: ກອງປະຊຸມພັດທະນາຜະລິດຕະພັນທ່ອງທ່ຽວມໍລະດົກ, famtrip “ຊອກຫາເມືອງຫຼວງເກົ່າແກ່ຂອງຄົນຫວຽດ” ຢູ່ເຂດປູຊະນີຍະສະຖານກໍາແພງເມືອງ ໂກ້ລວາ, ງານຕະຫຼາດນັດສົ່ງເສີມການຄ້າທ່ອງທ່ຽວ 2023 ຢູ່ເມືອງມີ້ດຶກ...

ໂດຍ: ຈາງຫງວຽນ