ໄຂງານບຸນຊ້າງ ບວນດົນ ປີ 2023
ກປ.ອອນໄລ - ວັນທີ 12 ມີນາ, ຢູ່ຕາແສງ ກຣົງນາ, ຄະນະກໍາມະການປະຊາຊົນເມືອງບວນດົນ (ແຂວງດັກລັກ) ໄດ້ໄຂງານບຸນຊ້າງ ບວນດົນ ປີ 2023, ໂດຍມີຊ້າງ 7 ໂຕ ໄດ້ຮັບການເບິ່ງແຍງດູແລ ແລະລ້ຽງຢູ່ບໍລິເວນເມືອງ.
ຈຸດໃໝ່ຂອງງານບຸນຊ້າງປີນີ້ ແມ່ນບໍ່ໄດ້ຈັດກິດຈະກຳທີ່ສົ່ງຜົນກະທົບຕໍ່ສຸຂະພາບຂອງຊ້າງ ຄື: ການແຂ່ງຂັນຊ້າງແລ່ນ, ຊ້າງລອຍນ້ຳ, ຊ້າງເຕະບານ ຫຼື ດຶງເຊືອກລະຫວ່າງຊ້າງກັບຄົນ... ເຊິ່ງແທນທີ່ນັ້ນແມ່ນຈັດກິດຈະກຳຕ່າງໆ ຄື: ພິທີໄຫວ້ທ່ານ້ຳ ແລະພິທີອວຍພອນສຸຂະພາບໃຫ້ຊ້າງ, ການແຂ່ງຂັນແຕ່ງໜ້າຊ້າງ, ການແຂ່ງຂັນຊ້າງຕ້ອນຮັບນັກທ່ອງທ່ຽວ, ການແຂ່ງຂັນຊ້າງຖ່າຍຮູບກັບນັກທ່ອງທ່ຽວ.
    |
 |
ຊ້າງໄດ້ແຕ່ງໜ້າ ເພື່ອເຂົ້າຮ່ວມງານບຸນຊ້າງ. ພາບ: ເລຮ໋ຽວ |
ເລື່ອງປ່ຽນແປງໃໝ່ການຈັດຕັ້ງງານບຸນຊ້າງ ແມ່ນເພື່ອແນໃສ່ປະຕິບັດເນື້ອໃນຂອງບົດບັນທຶກການຮ່ວມມື ລະຫວ່າງຄະນະກໍາມະການປະຊາຊົນແຂວງດັກລັກ ແລະອົງການສັດ ອາຊີ (AAF) ກ່ຽວກັບການຫັນປ່ຽນຮູບແບບການທ່ອງທ່ຽວຂີ່ຊ້າງມາເປັນຮູບແບບການທ່ອງທ່ຽວເປັນມິດສະໜິດສະໜົມ.
ງານບຸນຊ້າງ ບວນດົນ ປີ 2023 ແມ່ນການເຄື່ອນໄຫວນອນໃນ “ການເດີນທາງທ່ອງທ່ຽວ” ຂອງງານບຸນກາເຟ ບວນມາທ້ວດ ຄັ້ງທີ 8. ນີ້ແມ່ນການເຄື່ອນໄຫວແທດຈິງເພື່ອແນະນຳຄວາມສາມາດບົ່ມຊ້ອນໃນການພັດທະນາດ້ານທ່ອງທ່ຽວ, ວັດທະນະທຳ ແລະນິເວດ ຂອງເມືອງບວນດົນ ເວົ້າສະເພາະ ແລະແຂວງດັກລັກ ເວົ້າລວມ.
ໂດຍ: ທະນາພອນ