ນິງບິ່ງ ລອດເຂົ້າທອັບ 10 ສະຖານທີ່ທ່ອງທ່ຽວເປັນມິດສະໜິດສະໜົມທີ່ສຸດໃນໂລກ ປີ 2023
ກປ.ອອນໄລ - ວັນທີ 6 ກຸມພາ, ເວັບໄຊ Booking.com ປະກາດທອັບ 10 “ສະຖານທີ່ທ່ອງທ່ຽວເປັນມິດສະໜິດສະໜົມທີ່ສຸດໃນໂລກ ປີ 2023”, ໂດຍອີງຕາມການຕີລາຄາຂອງນັກທ່ອງທ່ຽວ ກວ່າ 240 ລ້ານເທື່ອຄົນທີ່ໄດ້ກວດກາ ແລະຢັ້ງຢືນທາງເວັບໄຊນີ້. ໃນບັນຊີລາຍຊື່ນີ້, ນິງບິ່ງ ຂອງຫວຽດນາມ ຖືກຈັດອັນດັບທີ 7.
    |
 |
ສະຖານທີ່ທ່ອງທ່ຽວນິງບິ່ງ. ພາບ: ninhbinh.gov.vn |
ຕາມການແນະນຳຂອງ Booking.com ແລ້ວ, ນິງບິ່ງ ແມ່ນເມືອງຫຼວງຂອງຫວຽດນາມ ໃນສະຕະວັດທີ X, ດ້ວຍບັນດາທັດສະນີຍະພາບ ແລະມໍລະດົກ, ຄື: ກຸ່ມມໍລະດົກໂລກ ຈ່າງອານ, ເຂດປ່າສະຫງວນຊີວະພາບ ແລະທະເລກິມເຊີນ-ໂກ່ນໂໜຍ, ເຂດ Ramsar ໂລກ-ບຶງ ເວິນລອງ...
ນິງບິ່ງ ຖືກປຽບທຽບຄືດັ່ງຫວຽດນາມ ຫຍໍ້ເຂົ້າດ້ວຍພູຜາປ່າໄມ້, ແມ່ນໍ້າລຳເຊ, ທະເລ, ເຂດອະນຸລັກຮັກສາທໍາມະຊາດ, ປ່າສະຫງວນແຫ່ງຊາດ, ປ່າສະຫງວນຊີວະພາບໂລກ, ແຫຼ່ງທ່ອງທ່ຽວແຫ່ງຊາດ ແລະມໍລະດົກວັດທະນະທຳໂລກ. ນິງບິ່ງ ກໍ່ເຄີຍໄດ້ຮັບເລືອກຕັ້ງເປັນສະຖານທີ່ຖ່າຍທຳຮູບເງົາທີ່ມີຊື່ສຽງຂອງ Hollywood, ຄື: “Pan and Neverland”, “The Quiet American”, “Kong: Skull Island”...
ໂດຍ: ທະນາພອນ