leftcenterrightdel
ການດຳລົງຊີວິດຂອງປະຊາຊົນຮ່າໂນ້ຍ. ພາບ: Tripadvisor

ຕາມນັ້ນແລ້ວ, ໃນຈຳນວນ 25 ສະຖານທີ່ທ່ອງທ່ຽວລືຊື່ທີ່ສຸດໃນໂລກ (Popular Destinations) ໂດຍນັກທ່ອງທ່ຽວໃນທົ່ວໂລກຂອງ Tripadvisor ຄັດເລືອກໃນປີ 2023 ນັ້ນ, ນະຄອນຮ່າໂນ້ຍ ຢູ່ອັນດັບ 17/25. ຮ່າໂນ້ຍ ກໍ່ມີຊື່ຢູ່ໃນຕາຕະລາງຈັດອັນດັບ 20 ສະຖານທີ່ທີ່ມີອາຫານການກິນດີທີ່ສຸດໃນໂລກ (Best Food Destinations) ຂອງ Tripadvisor ປີ 2023, ໃນນັ້ນ ຮ່າໂນ້ຍ ຢູ່ອັນດັບທີ 3/20, ຖັດຈາກ Rome (ອີຕາລີ) ແລະ Crete (ເກຼັກ). ໂຮ້ຍອານ ແລະນະຄອນໂຮ່ຈີມິນ ໄດ້ຈັດຢູ່ອັນດັບທີ 2 ແລະ 11 ຕາມລຳດັບໃນບັນຊີລາຍຊື່ 25 ຈຸດນັດພົບທີ່ມີທ່າອ່ຽງ 2023 (Trending Destinations) ໂດຍນັກທ່ອງທ່ຽວ ຄັດເລືອກ.

ໂດຍ: ສົມເພັດ