ຕອນບ່າຍວັນທີ 18 ມິຖຸນາ, ຢູ່ນະຄອນທະເລເຊີ່ມເຊີນ, ແຂວງແທັງຮວ໊າ, ຄະນະກໍາມະການປະຊາຊົນນະຄອນເຊີ່ມເຊີນ ແລະກຸ່ມບໍລິສັດ Sun Group ໄດ້ສົມທົບກັນຈັດງານບຸນ Carnival ເຊີ່ມເຊີນ ປີ 2022.

leftcenterrightdel
ງານບຸນ Carnival ເຊີ່ມເຊີນ ປີ 2022. ພາບ: ສໍານັກຂ່າວສານຫວຽດນາມ.

ງານບຸນ Carnival ເຊີ່ມເຊີນ ປີ 2022 ມີການເຂົ້າຮ່ວມສະແດງຂອງນັກສະແດງ, ນັກສິລະປິນຢູ່ພາຍໃນ ແລະ ຕ່າງປະເທດເກືອບ 100 ຄົນ ເຊິ່ງມາຈາກຫຼາຍປະເທດຄື: ອູເບກິສຖານ, ຢູແກຼນ, ບຣາຊິນ, ມົນດາວາ, ໂກລົມເບຍ, ກູບາ, ອາກຊັງຕິນ… ດ້ວຍວາດຟ້ອນ, ລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ ໄດ້ສ້າງຄວາມປະທັບໃຈໃຫ້ແຂກທ່ອງທ່ຽວສາກົນ.

ນອກຈາກນັ້ນແລ້ວ, ຕອນຄ່ຳວັນທີ 8 ມິຖຸນາ, ຄ່ຳຄືນລາຕີ Sun Fest ຄັ້ງທີ 8 ດ້ວຍຫົວຂໍ້ ດົນຕີສາກົນ ກໍຖືກຈັດຂຶ້ນຢູ່ນະຄອນເຊີ່ມເຊີນ.

ແຫຼ່ງຄັດຈາກ vovworld.vn