“ຕໍ່າສຸດ” ຍ້ອນພະຍາດໂຄວິດ-19

ແຂວງແທງຮວ໊າ ມີແຫຼ່ງຊັບພະຍາກອນການທ່ອງທ່ຽວທີ່ອຸດົມສົມບູນ, ເປັນເອກະລັກພິເສດ, ມີຄວາມສາມາດບົ່ມຊ້ອນຂອງບັນດາເຂດເສດຖະກິດແມ່ນພູດອຍ, ພູພຽງ, ທົ່ງພຽງ ແລະແຄມທະເລ. ພ້ອມກັບມໍລະດົກວັດທະນະທໍາໂລກກໍາແພງສະໄໝລາຊະວົງໂຮ່, ແຂວງແທງຮວ໊າ ຍັງມີບັນດາເຂດປູຊະນີຍະສະຖານລະດັບຊາດພິເສດແມ່ນ: ລາມກິງ, ຖ້ຳກອນມອງ, ວິຫານບ່າຈ້ຽວ, ວິຫານເລຮ່ວານ, ທັດສະນີຍະພາບເຊິ່ມເຊີນ... ດ້ວຍຝັ່ງທະເລຍາວ 102 ກິໂລແມັດ, ແຂວງແທງຮວ໊າ ມີຫາດຊາຍທະເລທີ່ສວຍງາມຫຼາຍແຫ່ງ, ຄື: ເຊິ່ມເຊີນ, ຫາຍຕ໋ຽນ, ຫາຍຮວ່າ... ພ້ອມກັບທິວທັດທໍາມະຊາດທີ່ມີຊື່ສຽງ. ແຂວງແທງຮວ໊າ ມີຄວາມສະດວກຫຼາຍຢ່າງເພື່ອພັດທະນາການທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ, ກາຍເປັນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວສຳຄັນຂອງທົ່ວປະເທດ.

leftcenterrightdel
ນັບແຕ່ເມື່ອເປີດບໍລິການທ່ອງທ່ຽວຄືນໃໝ່, ມີນັກທ່ອງທ່ຽວມາທ່ຽວຫ້ວຍປ່າ ເກິມເລືອງ ກວ່າ 11.000 ເທື່ອຄົນ. ພາບ: Qdnd.vn.

ເຖິງຢ່າງໃດກໍ່ຕາມ, ໂດຍຮັບຜົນສະທ້ອນຈາກພະຍາດໂຄວິດ-19, ໃນສອງປີຜ່ານມາ, ການເຄື່ອນໄຫວທ່ອງທ່ຽວກໍ່ຖືກຜົນສະທ້ອນບໍ່ແມ່ນໜ້ອຍ, ມີບາງໄລຍະເກືອບຄືວ່າ “ຢຸດຕິໄວ້”.

ໃນປີ 2020 ແລະ 2021, ຈໍານວນນັກທ່ອງທ່ຽວຫຼຸດລົງ 39%, ລາຍຮັບຫຼຸດລົງ 38,7%, ການນໍາໃຊ້ຫ້ອງນອນບັນລຸພຽງ 25-30%ຕໍ່ປີ. ຄາດວ່າ ລາຍຮັບຈາກການນຳໃຊ້ຫ້ອງນອນຖືກຫຼຸດລົງເກືອບ 5.000 ຕື້ດົ່ງ, ລາຍຮັບຈາກການກິນດື່ມ, ທ່ອງທ່ຽວແມ່ນຫຼຸດລົງກວ່າ 6.000 ຕື້ດົ່ງ ແລະລາຍຮັບຈາກການຊື້ເຄື່ອງຂອງ, ການບັນເທີງລະຫຼິ້ນຫຼຸດລົງກວ່າ 3.000 ຕື້ດົ່ງ.

ເພື່ອຮັບມືກັບພະຍາດ, ຫຼາຍເຫດການວັດທະນະທໍາ, ກິລາ ແລະທ່ອງທ່ຽວ ຕ້ອງຫຼຸດລົງ ຫຼືຢຸດຕິຊ່ົວຄາວ ແລະຢຸດຕິ; ບາງໄລຍະ, ເຂດ, ສະຖານທີ່ທ່ອງທ່ຽວຕ້ອງປິດປະຕູ ຫຼື ເຄື່ອນໄຫວໂດຍຈຳກັດ... ສິ່ງເຫຼົ່ານີ້ພາໃຫ້ປະລິມານນັກທ່ອງທ່ຽວມາຢາມຫຼຸດລົງຫຼາຍ, ນັກທ່ອງທ່ຽວສາກົນເກືອບຄືວ່າບໍ່ມີ.

ຕາມການສະຖິຕິຂອງຂະແໜງວັດທະນະທໍາ, ກິລາ ແລະທ່ອງທ່ຽວແຂວງແທງຮວ໊າ, ປີ 2021, ທົ່ວແຂວງຕ້ອນຮັບນັກທ່ອງທ່ຽວ 3,4 ລ້ານເທື່ອຄົນ, ຫຼຸດລົງ 53,7% ເມື່ອທຽບໃສ່ປີ 2020 ແລະບັນລຸ 28,6% ແຜນການປີ; ລວມຍອດລາຍຮັບຈາກການທ່ອງທ່ຽວບັນລຸ 4.840 ຕື້ດົ່ງ, ຫຼຸດລົງ 53,4% ເມື່ອທຽບໃສ່ປີ 2020 ແລະບັນລຸ 21,2% ແຜນການ.

ບັນດາສັນຍານຈະເລີນເຕີບໂຕ

ພາຍຫຼັງເຫດການກະຕຸກຊຸກຍູ້ການທ່ອງທ່ຽວ ແລະຕ້ອນຮັບນັກທ່ອງທ່ຽວສາກົນມາຍັງແຂວງແທງຮວ໊າ (ວັນທີ 15 ມີນາ), ພ້ອມກັບຫຼາຍເຫດການວັດທະນະທໍາ, ກິລາ ແລະທ່ອງທ່ຽວທີ່ຈັດຕັ້ງໃນບໍລິເວນ, ແຂວງແທງຮວ໊າ ໄດ້ຕ້ອນຮັບນັກທ່ອງທ່ຽວປະມານ 500.000 ເທື່ອຄົນ.

ແລກປ່ຽນພ້ອມກັບພວກຂ້າພະເຈົ້າ, ທ່ານ ຫງວຽນເທ໊ແອັງ ເລຂາພັກຕາແສງແທ່ງເລິມ, ເມືອງບ໊າເທືອກ ໃຫ້ຮູ້ວ່າ: ພາຍຫຼັງເກືອບໜຶ່ງເດືອນເປີດບໍລິການທ່ອງທ່ຽວຄືນໃໝ່, ເຂດທ່ອງທ່ຽວປູ່ຫຼວງ ໄດ້ຮັບນັກທ່ອງທ່ຽວເກືອບ 7.000 ຄົນ, ໃນນັ້ນນັກທ່ອງທ່ຽວຕ່າງແຂວງກວມກວ່າ 70%. ປະຈຸບັນ, ພວກຂ້າພະເຈົ້າກໍາລັງສຸມໃສ່ເຂົ້າໃນການຄຸ້ມຄອງວາງແຜນກ່ຽວກັບການທ່ອງທ່ຽວ, ໃນນັ້ນພິເສດແມ່ນຕ້ອງຮັກສາປ່າດົງດິບ, ທົ່ງນາຂັ້ນໄດ... ພ້ອມທັງເພີ່ມທະວີການເສີມຂະຫຍາຍບັນດາຄຸນຄ່າດ້ານວັດທະນະທໍາ, ປະຫວັດສາດ ແລະຟື້ນຟູວັດທະນະທໍາທີ່ເປັນມູນເຊື້ອຂອງທ້ອງຖິ່ນຄືນໃໝ່...

ກໍ່ຕາມການສະຖິຕິຂອງຂະແໜງທ່ອງທ່ຽວວັດທະນະທໍາ, ກິລາ ແລະທ່ອງທ່ຽວ ແຂວງແທງຮວ໊າ: ພາຍຫຼັງເກືອບໜຶ່ງເດືອນແຫ່ງການກະຕຸກຊຸກຍູ້ການທ່ອງທ່ຽວ, ຈໍານວນນັກທ່ອງທ່ຽວມາຢາມແຂວງແທງຮວ໊າ ຄາດວ່າບັນລຸປະມານ 500.000 ຄົນ, ໃນນັ້ນແຂກມາຍັງເຂດທ່ອງທ່ຽວກວມປະມານ 26%. ຈໍານວນແຂກມາຍັງເຂດ, ສະຖານທີ່ທ່ອງທ່ຽວຈຸດສຸມຂອງທ້ອງຖິ່ນເພີ່ມສະເລ່ຍປະມານ 23%, ຢູ່ຮາກຖານທ່ອງທ່ຽວພັກເຊົາເພີ່ມຂຶ້ນປະມານ 18% ເມື່ອທຽບໃສ່ເດືອນກ່ອນ. ສໍາລັບນັກທ່ອງທ່ຽວສາກົນມີປະມານ 1.200 ເທື່ອຄົນ (ເປັນຕົ້ນແມ່ນສຸດໃສ່ຢູ່ເຂດທ່ອງທ່ຽວ ປູ່ຫຼວງ, ກຳແພງສະໄໝລາຊະວົງໂຮ່ ແລະເຂດປູຊະນີສະຖານປະຫວັດສາດລາມກິງ).

ໃຫ້ຄໍາໝັ້ນສັນຍາເປັນສະຖານທີ່ທ່ອງທ່ຽວປອດໄພ, ສະໜິດສະໜົມ ແລະດູດດື່ມ

ດ້ວຍເປົ້າໝາຍສູ້ຊົນຕ້ອນຮັບນັກທ່ອງທ່ຽວໃຫ້ໄດ້ກວ່າ 10 ລ້ານເທື່ອຄົນ, ຂະແໜງທ່ອງທ່ຽວແທງຮວ໊າ ໄດ້ ແລະກໍາລັງຜັນຂະຫຍາຍຫຼາຍມາດຕະການຢ່າງຄົບຊຸດ, ຄື: ກໍ່ສ້າງ ແລະຮັກສາສະຖານທີ່ທ່ອງທ່ຽວໃຫ້ປອດໄພ, ດູດດື່ມ; ຍູ້ແຮງການພັດທະນາຜະລິດຕະພັນ, ກະຕຸກຊຸກຍູ້ການທ່ອງທ່ຽວ. ສຸມທຸກແຫຼ່ງກໍາລັງເພື່ອລົງທຶນຍົກສູງຄຸນນະພາບການບໍລິການ, ພັດທະນາບັນດາຜະລິດຕະພັນທ່ອງທ່ຽວໃໝ່, ມຸ່ງເຖິງບັນດາຜະລິດຕະພັນທ່ອງທ່ຽວພັກຜ່ອນບຳລຸງສຸຂະພາບ, ທ່ອງທ່ຽວຊີວະພາບທີ່ມີຄຸນນະພາບສູງ. ກະກຽມທຸກເງື່ອນໄຂ, ຈັດຕັ້ງບັນດາເຫດການວັດທະນະທໍາ, ກິລາ ແລະທ່ອງທ່ຽວ. ປະຕິບັດບັນດາລາຍການກະຕຸກຊຸກຍູ້ດຶງດູດນັກທ່ອງທ່ຽວ; ປ່ຽນໃໝ່ການເຄື່ອນໄຫວໂຄສະນາທາງສື່ມວນຊົນ ແລະສື່ສັງຄົມອອນລາຍແນໃສ່ແຜ່ຂະຫຍາຍເຄື່ອງໝາຍການຄ້າທ່ອງທ່ຽວດ້ວຍຄຳຂວັນ “ທ່ອງທ່ຽວແທງຮວ໊າ-ສີສັນສີ່ລະດູ”; ເພີ່ມທະວີຜົນສັກສິດ, ປະສິດທິຜົນການຄຸ້ມຄອງລັດກ່ຽວກັບການທ່ອງທ່ຽວຈາກແຂວງລົງຮອດຮາກຖານ; ຍູ້ແຮງການປະຕິຮູບດ້ານການບໍລິຫານ, ສ້າງສະພາບແວດລ້ອມສະດວກເພື່ອດຶງດູດບັນດານັກລົງທຶນທີ່ມີຊື່ສຽງເຂົ້າແຂວງແທງຮວ໊າ; ຍົກສູງຄຸນນະພາບຊັບພະຍາກອນມະນຸດດ້ານການທ່ອງທ່ຽວຜ່ານການຈັດຕັ້ງຊຸດບໍາລຸງໃຫ້ຊັບພະຍາກອນມະນຸດດ້ານການທ່ອງທ່ຽວໃຫ້ວິສາຫະກິດ, ຊຸມຊົນເຮັດທ່ອງທ່ຽວ, ເພື່ອແນໃສ່ໜູນຊ່ວຍບັນດາວິສາຫະກິດຮັບປະກັນຊັບພະຍາກອນມະນຸດທີ່ຂາດເຂີນພາຍຫຼັງພະຍາດໂຄວິດ-19.

ຕາມທ່ານ ໂດ໊ມິງຕວ໊ນ ປະທານຄະນະກໍາມະການປະຊາຊົນແຂວງແທງຮວ໊າ ແລ້ວ, ດ້ວຍຄວາມມານະພະຍາຍາມຂອງຄະນະພັກ, ອໍານາດການປົກຄອງພ້ອມກັບບັນດາວິສາຫະກິດ, ນັກລົງທຶນດ້ານການທ່ອງທ່ຽວ, ແຂວງແທງຮວ໊າ ໄດ້ ແລະກໍາລັງເປີດບໍລິການທ່ອງທ່ຽວຄືນໃໝ່ຖືກຕາມຈິດໃຈຊີ້ນໍາຂອງລັດຖະບານ, ພວກຂ້າພະເຈົ້າຕັດສິນໃຈ ແລະໃຫ້ຄໍາໝັ້ນສັນຍາສ້າງແຂວງແທງຮວ໊າ ໃຫ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ປອດໄພ, ເປັນມິດ ແລະດູດດື່ມ; ໃນປີ 2022, ສູ້ຊົນປະຕິບັດເປົ້າໝາຍຈະຕ້ອນຮັບນັກທ່ອງທ່ຽວໃຫ້ໄດ້ກວ່າ 10 ລ້ານເທື່ອຄົນ, ໃນນັ້ນມີນັກທ່ອງທ່ຽວສາກົນກວ່າ 440 ພັນເທື່ອຄົນ, ລວມຍອດລາຍຮັບຈາກການທ່ອງທ່ຽວແມ່ນເກືອບ 18.000 ຕື້ດົ່ງ.

ໂດຍ: ໄຊນີດາ