leftcenterrightdel
ເວທີປາໄສພັດທະນາສາຍການບິນອາຊີ (Routes Asia) 2022 ທີ່ຈັດຕັ້ງຢູ່ນະຄອນດ່ານັ້ງ ໄດ້ແນະນໍາ, ໂຄສະນາເຜີຍແຜ່ໃນເວັບໄຊທາງການຂອງກົມກອງຈັດຕັ້ງເຫດການ - ບໍລິສັດ Informa Routes, Manchester, ປະເທດອັງກິດ. ພາບ:  danang.gov.vn

ນີ້ແມ່ນເຫດການທີ່ຈັດຕັ້ງປະຈໍາປີ, ເຊິ່ງໄດ້ເຕົ້າໂຮມເອົາບັນດາບໍລິສັດການບິນ, ສະໜາມບິນ, ກົມກອງສະໜອງການບິນທ່ອງທ່ຽວໂດຍບໍລິສັດ Informa Routes ຜັດປ່ຽນກັນຈັດຂຶ້ນຢູ່ບັນດານະຄອນໃຫຍ່ຂອງອາຊີ.

Routes Asia 2022 ຈະດໍາເນີນໃນລະຫວ່າງວັນທີ 4-6 ກັນຍາ, ເຊິ່ງສ້າງກາລະໂອກາດເພື່ອໂຄສະນາເຜີຍແຜ່, ແນະນໍາພາບພົດ ແລະຄວາມສາມາດບົ່ມຊ້ອນຂອງນະຄອນດ່ານັ້ງ ກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນ, ການຄ້າ, ການບິນ, ການທ່ອງທ່ຽວ, logistics ໃຫ້ຜູ້ແທນສາກົນທີ່ເຂົ້າຮ່ວມເຫດການ ປະມານ 500 ຄົນ. ນີ້ກໍ່ແມ່ນກາລະໂອກາດເພື່ອໃຫ້ນະຄອນຮຽກຮ້ອງ, ເຊື່ອມຕໍ່ກັບບັນດາບໍລິສັດການບິນ, ສະໜາມບິນສາກົນເພື່ອແນໃສ່ເຊື່ອມຕໍ່ສາຍການບິນສາກົນຄືນໃໝ່ພາຍຫຼັງຖືກຮັບຜົນສະທ້ອນຈາກພະຍາດໂຄວິດ-19; ດຶງດູດການລົງທຶນໃນບັນດາຂົງເຂດ ຄື: ພື້ນຖານໂຄງລ່າງການບິນ; ບໍາລຸງຮັກສາ, ສ້ອມແປງເຮືອບິນ ແລະຊັບພະຍາກອນມະນຸດຂະແໜງການບິນ; ການບໍລິການທ່ອງທ່ຽວ... ປະກອບສ່ວນເພີ່ມຈໍານວນການແລກປ່ຽນສິນຄ້າບໍລິການລະຫວ່າງນະຄອນດ່ານັ້ງ ກັບບັນດານະຄອນຄູ່ຮ່ວມມືໃນພາກພື້ນອາຊີ ຕື່ມອີກ.

ໂດຍ: ຈາງຫງວຽນ