ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ ໄດ້ມອບໃຫ້ກົມວິຈິດສິນ, ຮູບຖ່າຍ ແລະງານວາງສະແດງ ເປັນປະທານສົມທົບກັບບັນດາອົງການ, ຫົວໜ່ວຍທີ່ກ່ຽວຂ້ອງຈັດຕັ້ງ. ຈຸດປະສົງຂອງການປະກວດ ແລະງານວາງສະແດງແມ່ນເພື່ອແນໃສ່ສົ່ງເສີມບັນດານັກສິລະປິນປະດິດສ້າງບັນດາພາບຖ່າຍໃໝ່ທີ່ມີຄຸນຄ່າກ່ຽວກັບເນື້ອໃນ ແລະສິລະປະ, ຮັບໃຊ້ການດໍາລົງຊີວິດວັດທະນະທໍາທາງດ້ານຈິດໃຈຂອງປະຊາຊົນ. ພ້ອມກັນນັ້ນ, ການປະກວດກໍ່ປະກອບສ່ວນແນະນໍາ, ໂຄສະນາເຜີຍແຜ່ພາບພົດຂອງປະເທດຊາດ, ຊາວຫວຽດນາມ ໃຫ້ມະຫາຊົນຢູ່ພາຍໃນປະເທດ ແລະສາກົນ.

leftcenterrightdel
ທັດສະນີຍະພາບປະເທດຫວຽດນາມ. ພາບ:  vietnamtourism.gov.vn.

ຕາມນັ້ນແລ້ວ, ເປົ້າໝາຍເຂົ້າຮ່ວມການປະກວດລວມມີນັກຖ່າຍຮູບມືອາຊີບ ແລະສະໝັກຫຼີ້ນເຊິ່ງແມ່ນພົນລະເມືອງຫວຽດນາມ, ຊາວຫວຽດນາມ ທີ່ພວມດໍາລົງຊີວິດ, ເຮັດວຽກຢູ່ຕ່າງປະເທດ, ມີອາຍຸແຕ່ 18 ປີຂຶ້ນໄປ. ຮູບຖ່າຍທີ່ສົ່ງເຂົ້າມາປະກວດແມ່ນຫົວຂໍ້ຕາມໃຈດ້ວຍປະເພດຮູບຖ່າຍຕົວຈິງ ແລະຮູບຖ່າຍກ່ຽວກັບແນວຄວາມຄິດ, ເຊິ່ງຖ່າຍແຕ່ເດືອນກໍລະກົດ ປີ 2020 ຮອດເດືອນກໍລະກົດ ປີ 2022. ຄາດຄະເນວ່າ, ຄະນະຈັດຕັ້ງຈະຄັດເລືອກເອົາຮູບຖ່າຍດີເດັ່ນ 300 ແຜ່ນ ມາວາງສະແດງ, ໃນນັ້ນຄັດເລືອກເອົາ 30 ແຜ່ນເພື່ອມອບລາງວັນ. ພິທີມອບລາງວັນ ແລະພິທີໄຂງານວາງສະແດງຈະດໍາເນີນໃນເດືອນຕຸລາ ປີ 2022 ຢູ່ນະຄອນໂຮ່ຈີມິນ ແລະໃນເດືອນພະຈິກ ປີ 2022 ຢູ່ຮ່າໂນ້ຍ.

ໂດຍ: ທູຈາງ