ໃນສະເພາະໜ້າ, ເພື່ອຮັບປະກັນຄວາມປອດໄພໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19, ບັນດານັກທ່ອງທ່ຽວທີ່ໄປທ່ຽວຢູ່ແຂວງກວ໋າງນິງ ຕ້ອງສັກວັກຊິນກັນໂຄວິດ-19 ຄົບ 2 ເຂັມ. ສໍາລັບນັກທ່ອງທ່ຽວທີ່ຍັງບໍ່ທັນໄດ້ສັກວັກຊິນ ຫຼືສັກຍັງບໍ່ທັນຄົບ 2 ເຂັມນັ້ນ, ບັນດາຮາກຖານທີ່ຕ້ອນຮັບແຂກຕ້ອງປະຕິບັດການວິເຄາະໄວຣັດ SARS-CoV-2 ດ້ວຍວິທີ test ໃຫ້ຜົນໄວ ຫຼື PCR.

leftcenterrightdel
ທ່າກໍາປັ່ນນັກທ່ອງທ່ຽວສາກົນຮະລອງ ຢູ່ບ້າຍໄຈ, ນະຄອນຮະລອງ, ແຂວງກວ໋າງນິງ. ພາບ: ສໍານັກຂ່າວສານຫວຽດນາມ.

ວັນທີ 27 ຕຸລາ, ແຂວງກວ໋າງນິງ ເລີ່ມຕີລາຄາລະດັບຄວາມປອດໄພໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ສໍາລັບບັນດາຮາກຖານດໍາເນີນທຸລະກິດບໍລິການທ່ອງທ່ຽວໃນບໍລິເວນ. ເລື່ອງຕີລາຄານີ້ໄດ້ປະຕິບັດດ້ວຍການກຳນົດເວລາ 1 ເທື່ອ/ອາທິດ ແລະປະກາດກ່ອນເວລາ 12 ໂມງ ຂອງວັນສຸກ ໃນແຕ່ລະອາທິດ. ມາຮອດຕອນບ່າຍວັນທີ 1 ພະຈິກ, ມີພຽງແຕ່ນະຄອນເກີມຟ້າ ສໍາເລັດ ແລະປະກາດການຕີລາຄາລະດັບຄວາມປອດໄພໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ສໍາລັບບັນດາຮາກຖານດໍາເນີນທຸລະກິດບໍລິການທ່ອງທ່ຽວ.

ໂດຍ: ຈາງຫງວຽນ