leftcenterrightdel
ອ່າວຮະລອງ (ກວ໋າງນິງ) ໄດ້ຮັບລາງວັນສະຖານທີ່ທ່ອງທ່ຽວແຖວໜ້າຂອງອາຊີ ປີ 2021. ພາບ: ຫ໋າຍນາມ

World Travel Awards ໄດ້ພັນລະນາຫວຽດນາມ ວ່າເປັນ “ປະເທດທີ່ບືນຕົວຜ່ານຜ່າຄວາມຫຍຸ້ງຍາກ” ເພື່ອກາຍເປັນສະຖານທີ່ນັດພົບແຖວໜ້າຂອງອາຊີ. ນອກຈາກນັ້ນ, ຫວຽດນາມ ຍັງໄດ້ເຊີດຊູເປັນສະຖານທີ່ທ່ອງທ່ຽວແບບຍືນຍົງແຖວໜ້າຂອງອາຊີ. World Travel Awards ກໍ່ໄດ້ເຊີດຊູ ບາງສະຖານທີ່ທ່ອງທ່ຽວຂອງຫວຽດນາມ ຄື: ອ່າວຮະລອງ (ກວ໋າງນິງ) ໄດ້ຮັບລາງວັນສະຖານທີ່ທ່ອງທ່ຽວແຖວໜ້າຂອງອາຊີ; ນະຄອນໂຮ້ຍອານ (ກວ໋າງນາມ) ໄດ້ຮັບລາງວັນໃນລາຍການສະຖານທີ່ຕົວເມືອງວັດທະນະທໍາແຖວໜ້າຂອງອາຊີ ແລະປ່າສະຫງວນແຫ່ງຊາດກຸກເຟືອງ (ນິງບິ່ງ) ໄດ້ຮັບລາງວັນເປັນສວນສາທາລະນະແຫ່ງຊາດແຖວ ໜ້າຂອງອາຊີ.

ໂດຍ: ທະນາພອນ