ນີ້ແມ່ນເຫດການໂດຍກົມໃຫຍ່ທ່ອງທ່ຽວ (ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ ຫວຽດນາມ) ສົມທົບກັບສະຖານທູດໂກລົມບີ ປະຈໍາຫວຽດນາມ ຈັດຕັ້ງຜ່ານທາງອອນລາຍ.

leftcenterrightdel
ນັກທ່ອງທ່ຽວຂີ່ເຮືອໄປຢ້ຽມຊົມເຂດທ່ອງທ່ຽວຈ່າງອານ. ພາບ: ສໍານັກຂ່າວສານຫວຽດນາມ.

ເຫດການດັ່ງກ່າວນອນໃນກິດຈະກຳການຮ່ວມມືຜັນຂະຫຍາຍບົດບັນທຶກຊ່ວຍຈໍາການຮ່ວມມືລະຫວ່າງກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວຫວຽດນາມ ແລະກະຊວງການຄ້າ, ອຸດສາຫະກຳ ແລະການທ່ອງທ່ຽວໂກລົມບີ ເຊິ່ງດຶງດູດນັກຊ່ຽວຊານ ແລະຜູ້ແທນຂອງສອງປະເທດນັບຫຼາຍຮ້ອຍຄົນເຂົ້າຮ່ວມແບ່ງປັນຂໍ້ມູນ, ນະໂຍບາຍ ແລະປະສົບການຫຼາຍຢ່າງກ່ຽວກັບບົດບາດຂອງສູນກາງ, ທ້ອງຖິ່ນ ແລະວິສາຫະກິດໃນການຄຸ້ມຄອງການທ່ອງທ່ຽວຢູ່ເຂດມໍລະດົກທີ່ໄດ້ຮັບການຮັບຮອງຈາກອົງການສຶກສາ, ວິທະຍາສາດ ແລະວັດທະນະທໍາຂອງ ສປຊ (UNESCO), ໃນນັ້ນມີມໍລະດົກວັດທະນະທຳ ແລະທຳມະຊາດໂລກ ຈ່າງອານຂອງຫວຽດນາມ. ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືບັນດາບັນຫາກ່ຽວຂ້ອງເຖິງການຄຸ້ມຄອງການທ່ອງທ່ຽວຢູ່ສະຖານທີ່ມໍລະດົກ, ເສີມຂະຫຍາຍຄຸນຄ່າທາງດ້ານວັດທະນະທຳ ແລະຈິດໃຈຂອງມໍລະດົກ, ປະກອບສ່ວນນຳຊື່ສຽງມໍລະດົກໄປສູ່ປະຊາຊົນ ແລະທົ່ວໂລກ; ອະນຸລັດຮັກສາຄຸນຄ່ານີ້ແບບຍືນຍົງ...

ໂດຍ: ທະນາພອນ