ນັ້ນແມ່ນໂຮງແຮມ Capella Hanoi ຢູ່ຖະໜົນ ເລຟຸ້ງຫ້ຽວ, ເມືອງຮວ່ານກຽມ. ກ່ອນໜ້ານັ້ນ, ວາລະສານ Time (ອາເມລິກາ) ກໍ່ເວົ້າເຖິງ Capella Hanoi ຄືດັ່ງສ່ວນໜຶ່ງຂອງທອັບ 100 ສະຖານທີ່ທ່ອງທ່ຽວສຸດຍອດໃນໂລກ ປີ 2021.

leftcenterrightdel
ພາບປະກອບຈາກ qdnd.vn.

ເປີດນຳໃຊ້ໃນເດືອນເມສາ ປີ 2021, ເມື່ອຂະແໜງທ່ອງທ່ຽວກໍາລັງປະເຊີນໜ້າກັບບັນດາຄວາມຫຍຸ້ງຍາກບໍ່ເຄີຍມີມາກ່ອນຍ້ອນພະຍາດໂຄວິດ-19, ແຕ່ໂຮງແຮມ Capella Hanoi ໄດ້ສະແດງໃຫ້ເຫັນວ່າ ຖ້າຮູ້ວິທີການແລ້ວສິ່ງກີດຂວາງລ້ວນທຸກຢ່າງລ້ວນແຕ່ສາມາດແກ້ໄຂໄດ້. ຕາມວາລະສານ DestinAsian: “ເຖິງວ່າໃນໄລຍະປະສົບກັບຄວາມຫຍຸ້ງຍາກຍ້ອນພະຍາດໂຄວິດ-19 ແຕ່ໂຮງແຮມນີ້ໄດ້ມີບັນດາບໍລິການທີ່ຍອດຍິ່ງ”.

ວາລະສານ Time ກໍ່ຖືວ່າ ໂຮງແຮມນີ້ແມ່ນສະຖານທີ່ທີ່ຄວນຢ້ຽມຢາມເມື່ອມາຮ່າໂນ້ຍ. ໃນສະພາບພະຍາດໂຄວິດ-19, ຮ່າໂນ້ຍ “ທອັບ 100 ສະຖານທີ່ທ່ອງທ່ຽວສຸດຍອດຂອງໂລກປີ 2021’’ ກໍ່ຍ້ອນມີການປະກອບສ່ວນຂອງຫຼາຍພາກສ່ວນໃນນັ້ນມີ Capella Hanoi. “ໂຮງແຮມໃໝ່ດີທີ່ສຸດຢູ່ອາຊີ-ປາຊີຟິກ” ສົມເປັນຈຸດພົ້ນເດັ່ນດ້ານສິລະປະທີ່ສຸພາບ, ແມ່ນຈຸດນັດພົບໃຫ້ນັກທ່ອງທ່ຽວໃນການເດີນທາງຄົ້ນຫານະຄອນຫຼວງ.

ໂດຍ: ຈາງຫງວຽນ